ຫາງສຽງສືບຕໍ່ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນການຮັບມືກັບໂຄວິດ-19

(VOVWORLD) - ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ໄດ້ສະແດງໃຫ້ເຫັນຄວາມສາມາດນຳພາຢ່າງແຮງຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ ແລະ ປະທານ ອາຊຽນ+3.
ຫາງສຽງສືບຕໍ່ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນການຮັບມືກັບໂຄວິດ-19 - ảnh 1 (ພາບປະກອບ)

  ພາຍຫລັງສິ້ນສຸດກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19  ເຊິ່ງໄດ້ດຳເນີນໃນວັນທີ 14 ເມສາ , ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ຖືວ່າ 2 ກອງປະຊຸມດັ່ງກ່າວ ໄດ້ພິສູດໃຫ້ເຫັນນ້ຳໃຈສາມັກຄີໃນ ອາຊຽນ ແລະ ກັບ 3 ປະເທດຄູ່ຮ່ວມມືຖານບ້ານໃກ້ເຮືອນຄຽງໃນພາກພື້ນ. ທ່ານກ່າວວ່າ:

        “ຫວຽດນາມ ໄດ້ສະແດງໃຫ້ເຫັນ “ການຊີ້ນຳນຳພາໜ້າປະທັບໃຈ” ໃນການຊັກຈູງປະຊາຄົມຕໍ່ກັບໂລກລະບາດໂຄວິດ-19 ລວມໝູ່ຂອງພາກພື້ນອາຊຽນ. ຫົວຂໍ້ “ສ້າງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໃນປີເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ ແມ່ນເໝາະສົມກັບສະພາບການ ຊື່ງພາກພື້ນພວມປະເຊີນໜ້າ.

        ວັນທີ 15 ເມສາ, ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ອາຊຽນ, ທ່ານເອກອັກຄະລັດຖະທູດ ເຕິງສີຈວຽນ ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ອາຊຽນ ໃຫ້ຮູ້ວ່າ: ຈີນ ໄດ້ຕິດຕາມບັນດາຄວາມມານະພະຍາຍາມຂອງ ອາຊຽນ ພາຍໃຕ້ການນຳພາຂອງ ຫວຽດນາມຢ່າງໃກ້ຊິດ ໃນການຊຸກຍູ້ການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19. ເລື່ອງອອກຖະແຫຼງການປະທານ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ແລະ ຮຽກໂຮມ ປະຊຸມ ແລະ ຈັດກອງປະຊຸມທາງອອນລາຍສຳຄັນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ອາຊຽນ+3, ໃນນັ້ນ ມີກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ໄດ້ສະແດງໃຫ້ເຫັນຄວາມສາມາດນຳພາຢ່າງແຮງຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ ແລະ ປະທານ ອາຊຽນ+3.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ