ຫາງສຽງສາກົນກ່ຽວກັບ ການເລືອກຕັ້ງສະພາ ແຫ່ງຊາດກຳປູເຈຍ

ຫາງສຽງສາກົນກ່ຽວກັບ ການເລືອກຕັ້ງສະພາ ແຫ່ງຊາດກຳປູເຈຍ - ảnh 1
ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 5 ຢູ່ກຳ​ປູ​ເຈຍ
(ພາບ: Reuters)


(vovworld) - ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 5 ຢູ່ກຳ​ປູ​ເຈຍ ​ໄດ້​ສິ້ນ​ສຸດ​ລົງ, ອົງການ​ສະພາ​ສາກົນ​ບັນດາ​ພັກ​ການ​ເມືອງ​ອາຊີ (ICAPP) ​ແລະ ສະຫະ​ສະມາຄົມ​ບັນດາ​ພັກ​ປະຊາທິປະ​ໄຕ​ອາຊີ - ປາຊີ​ຟີ​ກ (CAPDI) ​ໄດ້​ຖະ​ແຫຼ​ງວ່າ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 5 ຢູ່ກຳ​ປູ​ເຈຍ ​ໃນ​ວັນ​ທີ 28/07 ຖືກ​ດຳ​ເນີນ​ຢ່າງ​ເສລີ, ຍຸຕິ​ທຳ, ຊັດ​ເຈນ, ກະຈາ​ງ​ແຈ້ງ, ບໍ່​ນຳ​ໃຊ້​ຄວາມ​ຮຸນ​ແຮງ. ທ່ີ​ການ​ປະຊຸມ​ຂ່າວ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ​ເມື່ອ​ວັນ​ທີ 29/07, ທ່ານ​ປະທານ CAPDI Jose Devenecia ​ເນັ້ນ​ໜັກ​ວ່າ ການ​ສະຫຼຸບ​ການ​ເຄື່ອນ​ໄຫວ​ຕິດຕາມການ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຄັ້ງ​ທີ 5 ສຳ​ເລັດ​ຜົນ; ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ໄດ້​ສ່ອງ​ແຊງ​ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາທິປະ​ໄຕ​ຢູ່​ກຳປູ​ເຈຍ ​ໄດ້​ຮັບ​ການ​ປັບປຸງ. ໝາກຜົນ​ໃນ​ເບື້ອງ​ຕົ້ນ​ຊີ້​ໃຫ້​ເຫັນ​ວ່າ, ພັກ​ປະຊາຊົນ​ກຳປູ​ເຈຍ ຍາດ​ໄດ້​ໄຊ​ຊະຊະ ​ແລະ ຍາດ​ໄດ້ 68 ​ໃນ​ຈຳນວນ 123 ທີ່​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ