ຫາງສຽງສາກົນປະຕິກິລິຍາກ່ຽວກັບເລື່ອງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ

ຫາງສຽງສາກົນປະຕິກິລິຍາກ່ຽວກັບເລື່ອງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1
ຫາງສຽງສາກົນປະຕິກິລິຍາກ່ຽວກັບເລື່ອງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ
(ພາບ: AFP/TTXVN)

(vovworld) - ​​ ວັນ​ທີ 13/02, ສຳນັກ​ຂ່າ​ວສານ​ສູນ​ກາງ ສປປ.​ເກົາຫຼີ​ KCNA ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ຮັບ​ຮູ້​ວ່າ ປະ​ເທດ​ນີ້​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟນຳ​ວິຖີສຳ​ເລັດ​ຜົນ. ສື່​ຂ່າວ​ຂອງ KCNA ​ຊີ້​ແຈ້ງວ່າ: “ລູກ​ສອນ​ໄຟ​ນ​ຳວິ​ຖີດິນ​ຕໍ່​ດິນ​ໄລຍະ​ກາງ Pukguksong – 2 ​ໄດ້​ຍິງ​ທົດ​ລອງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 12/02”. ກ່ອນ​ໜ​້ານັ້ນ ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ​ ​ໃຫ້​ຮູ້​ວ່າ ລູກ​ສອນ​ໄຟ​ດັ່ງກ່າວ ຖືກ​ຍິງ​ຈາກຖານ​ທີ່​ໝັ້ນ​ກອງທັບ​ອາ​ກາດ Banghyon ຂຶ້ນ​ກັບ​ແຂວງ​ Ryongan ​ເໜືອຂອງ ສປປ.ເກົາຫຼີ ບິນສູ່ທະເລ ຍີ່ປຸ່ນ.

 ກ່ຽວກັບ​ເຫດການສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີສຳ​ເລັດ​ຜົນໃນວັນທີ 12/02, ຫລາຍປະເທດໃນໂລກໄດ້ຕຳໜິຕິຕຽນ. ສ.ເກົາຫຼີ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ຮຽກໂຮມປະຊຸມດ່ວນໃນຕອນເຊົ້າວັນທີ 13/02 ເພື່ອຕີລາຄາລະດັບຜົນສະທ້ອນຕໍ່ ເສດຖະກິດ, ພິ​ເສດ​ແມ່ນ​ຕີ​ລາຄາ​ຕະຫລາດ​ການ​ເງິນ​ສາກົນ ພາຍຫລັງ​ເຫດ ສປປ.​ເກົາຫຼີ​ ຍິງລູກ​ສອນ​ໄຟ​ນຳ​ວິຖີ.

        ວັນ​ທີ 12/02 ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ​ໄດ້ຕຳ​ໜິຕິຕຽນ​ເລື່ອງ ສປປ.​ເກົາຫຼີ ຍິງ​ທົດ​ລອງ​ລູກສອນ​ໄຟ​ນຳ​ວິຖີ, ​ເມື່ອ​ຢືນ​ຢັນ​ວ່າ ນີ້​ແມ່ນ​ບາດກ້າວ “​ເກາະ​ຜິດ ​ແລະ ບໍ່​ສາມາດຮັບຮູ້​ໄດ້” ​ທັງ​ແມ່ນ​ການລະ​ເມີດ​ຕໍ່​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

        ວັນ​ທີ 12/02, ບັນດາ​ພັກ​ກຳ​ອຳນາດ ​ແລະ ພັກ​ຝ່າຍ​ຄ້ານ​ຕ່າງໆ​ຢູ່ ຍີ່ປຸ່ນ ​ໄດ້​ກ່າວ​ປະນາມ ສປປ.​ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ. ບັນດາ​ການ​ນຳ​ພັກ​ປະຊາທິປະ​ໄຕ​ເສລີ (LDP) ກຳ​ອຳ​ນາດ ​ໄດ​້ເຫັນ​ດີ​ເປັນ​ເອກະ​ພາບ​ຮຽກ​ຮ້ອງລັດຖະບານ​ນຳ​ໃຊ້​ບັນດາ​ມາດ​ຕະການ​ເຄັ່ງ​ຄັດ, ​ໃນ​ນັ້ນ​ມີ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່ທີ່​ເລັ່ງ​ໃສ່ ສປປ.​ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ