ຫາງສຽງອາເມລິກາຕີລາຄາສູງການຢ້ຽມຢາມອາເມລິກາຂອງເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ

ຫາງສຽງອາເມລິກາຕີລາຄາສູງການຢ້ຽມຢາມອາເມລິກາຂອງເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ແລະ
ທ່ານປະທານາທິບໍດີ Barack Obama
(ພາບ: baodatviet.vn)

(vovworld)- ​ ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ​ຫວຽດນາ​ມ ປະຈຳ​ວໍ​ຊິງ​ຕັນ ກ່ຽວ​ກັບໝາກຜົນ​ການ​ຢ້ຽມຢາມ​ສະຫະລັດ​ອາ​ເມ​ລິ​ກາ​ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ, ຕາມ​ຄຳ​ເຊີນ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Barack Obama, ທ່ານ​ອະດີດ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Michael Michalak ຖື​ວ່າ: ດ້ວຍ​ການສືບ​ຕໍ່​ຮ່ວມ​ມື, ເຈລະຈາ ​ແລະ ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ກັນ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ສາມາດ​ຮຳ່ຮຽນ​ດ້ວຍ​ກັນ​ໃນຫຼາຍ​ສິ່ງ​ຫຼາຍ​ຢ່າງ ​ແລະ ການ​ພົວພັນ 2 ຝ່າຍ​ຈະ​ພັດທະນາ​ຍິ່ງກ່ວາ​ອີກ​ໃນ20 ປີ​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ທ່ານ Anthony Nelson, ຜູ້ອຳນວຍການ​ຮັດ​ຜິດ​ຊອບ​ບັນດາ​ບັນຫາ​ກ່ຽວ​ກັບຫວຽດນາມ ຂຶ້ນ​ກັບ​ສະພາ​ດຳ​ເນີນ​ທຸລະ​ກິດ ອາ​ເມ​ລິ​ກາ-​ອາ​ຊຽນ, ​ແບ່ງປັນ​ທັດສະນະ​ວ່າ: ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸ໋ຈ້ອງ ​ແມ່ນ​ການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ. ທ່ານ Nelson ຖື​ວ່າ: ຫວຽດນາມ ພວມ​ນັບ​ມື້​ນັບ​ສ້າງ​ການ​ເຊື່ອມ​ຕໍ່​ກັບ​ລະບົບ​ເສດຖະກິດ​ທົ່ວ​ໂລກ​ຄືນ​ໃໝ່​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ສິ່ງ​ນີ້​ຊ່ວຍ​​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໃຫ້​ຫວຽດນາມ ກໍ​ຄື​ບັນດາ​ຄູ່​ຮ່ວມ​ມື. ທ່ານ Nelson ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ: ການ​ພົວພັນ​ດ້ານ​ເສດຖະກິດ​ຫວຽດນາມ-​ອາ​ເມ​ລິ​ກາ ຈະ​ພັດທະນາ​ໄວ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຈະ​ນັບ​ມື້​ນັບ​ກາຍ​ເປັນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ຂອງ​ກັນ.

ຂ່າວ/ບົດ​ອື່ນ