ຫາງສຽງໂລກ: ພົນເອກ ຫວໍງວຽນຢາບ-ນັກຍຸດທະສາດຜູ້ຍິ່ງໃຫຍ່

ຫາງສຽງໂລກ: ພົນເອກ ຫວໍງວຽນຢາບ-ນັກຍຸດທະສາດຜູ້ຍິ່ງໃຫຍ່ - ảnh 1


(vovworld) - ​ໃນ​ຊຸມ​ມື້​ນີ້, ການ​ນຳ​ຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ ​ແລະ ຫາງ​ສຽງ​ສາກົນ​ສືບ​ຕໍ່​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ພົນ​ເອກ ​ຫວໍ​ງວຽນ​ຢາ​ບ ​ແລະ ຍ້ອງຍໍ​ຊົມ​ເຊີຍ ທ່ານ​ເປັນ​ນັກ​ຍຸດ​ທະ​ສາດ​ດ້ານ​ການ​ທະຫານ​ທີ່​ຍິ່ງ​ໃຫຍ່, ​ແມ່ນ​ສັນຍາ​ລັກ​ຂອງ​ນ້ຳໃຈພິລະ​ອາດ​ຫານ​.

   ​ໃນ​​ໂທລະ​ເລກ​​ແປ່​ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ທີ່​ສົ່ງ​ເຖິງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ​ສ.Algeria Abdelaziz Bouteflika ​ເນັ້ນ​ໜັກ​​ວ່າ ​ຍາມ​ໃດຊື່​ຂອງ​ທ່ານ​ພົນ​ເອກ ກໍ່​ຝັງເລິກຢູ່ໃນໃຈ​ຂອງ​ປະຊາຊົນ Algeria. ​ໃນ​ຂະນະ​ນັ້ນ, ຕອນ​ບ່າຍ​ວັນ​ທີ 07 ຕຸລາ, ບັນດາ​ການ​ນຳ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ລັດ​ລາວ ​ໄດ້​ສົ່ງ​ໂທລະ​ເລກແປ່​ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ​ຫວຽດນາມ. ​​ໂທລະ​ເລກ​ມີ​ຕອນ​ຂຽນ​ວ່າ: ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ຍາມ​ໃດ​ກໍ່ແມ່ນ​ຜູ້​ທີ່ມີ​ການ​ປະກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄຸນ​ສ້າງ, ສ້າງສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽ​ດນາມ - ລາວ. ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ່​ໃຫ້​ຮູ້​ວ່າ ຈະ​ສົ່ງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໂດຍ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ເປັນ​ຫົວໜ້າ​ຄະນະ​ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຊາ​ປະ​ນາ​ກິດ​ສົບພົນ​ອກ ຫວໍງວຽນ​ຢາ​ບ.

        ທີ່ La Habana, ນັກ​ຂ່າວ​ຍິງ​ທີ່​ມີ​ຊື່​ສຽງ​ຂອງ​ກຸຍ​ບາ Marta Rojas, ຜູ້​ທີ່​ໄດ້​ມາ​ຫວຽດນາມ ​ໃນ​ໄລຍະ​ສົງຄາມ​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ ​ເປັນຫຼາຍ​ຄັ້ງ ​ໄດ້​ຢືນຢັນ​ວ່າ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ເປັນ​ແບບຢ່າງ​ທີ່​ຍິ່ງ​ໃຫຍ່ ສຳລັບ​ຊາວ ຫວຽດນາມລຸ່ນຕ່າງໆ​ ​ແລະ ບັນດາ​ປະ​ເທດ​ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ