ຫຼາຍທ້ອງຖິ່ນສະເຫຼີມສະຫຼອງ 35 ປີແຫ່ງວັນ ໄຊຊະນະລະບອບ ດັບສູນເຊື້ອຊາດຢູ່ ກຳປູເຈຍ

ຫຼາຍທ້ອງຖິ່ນສະເຫຼີມສະຫຼອງ 35 ປີແຫ່ງວັນ ໄຊຊະນະລະບອບ ດັບສູນເຊື້ອຊາດຢູ່ ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 7/1, ​ແຂວງ ອານ​ຢາງ ສະ​ເຫຼີມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​ເຊື້ອຊາດ​ຢູ່ ກຳປູ​ເຈ​ຍ ( 7/1/1979 – 7/1/2014 ). ທີ່​ພິທີສະ​ເຫຼີມສະຫຼອງ, ບັນດາ​ຜູ້​ແທນ​ໄດ້​ທວນຄືນ​ວິວັດ​ການ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ຊ່ວຍ​​ປະຊາຊົນ ກຳປູ​ເຈ​ຍ ປົດ​ປ່ອຍ​ອອກ​ຈາກລະບອບ​ດັບ​ສູນ​ເຊື້ອຊາດ Pol Pot, ສ້າງ​ຊີວິດ​ໃໝ່. ​ໃນ​ບັ້ນຮົບ​ຕ້ານ ລະບອບ​ດັບ​ສູນ​ເຊື້ອຊາດ Pol Pot, ນັກຮົບ ​ແລະ ປະຊາຊົນ ອານ​ຢາງ ຫຼາຍຄົນ​ໄດ້​ເສຍ​ສະຫຼະ​ຊີວິດ​ຢ່າງພິລະ​ອາດຫານ. ການ​ເສຍ​ສະຫຼະ​ຊີວິດ ​ແລະ ບັນດາ​ການ​ອຸທິດ​ສ່ວນ​ບົນ​ນ້ຳ​ໃຈ​ສາມັກຄີ​ສາກົນ​ທີ່​ປອດ​ໃສ​ຂອງ​ທະຫານ​ອາສາ​ສະໝັກ ຫວຽດນາມ ​ເວົ້າລວມ ​ແລະ ນັກຮົບ​ - ປະຊາຊົນ​ແຂວງ ອານ​ຢາງ ​ເວົ້າສະ​ເພາະ​ທີ່ໄດ້​ຊ່ວຍ​ ກຳປູ​ເຈ​ຍ ຫຼຸດພົ້ນອອກຈາກ​​ໄພ​ດັບ​ສູນ​ເຊື້ອຊາດ, ຟຶ້ນຕົວ​ປະ​ເທດ​ແຫ່ງ​ວັດວາອາ​ຮາມ​ຄືນ​ໃໝ່.

    ​ໃນ​ວັນ​ດຽວກັນ, ທີ່​ນະຄອນ ​ເກີ່​ນ​ເທີ, ຄະນະ​ພັກ, ກອງ​ບັນຊາ​ການ​ເຂດ​ທະຫານພາກ 9 ກໍ່​ຈັດຕັ້ງງານ​ໂຮມ​ຊຸມນຸມສະ​ເຫຼີມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ແລະ ພ້ອມ​ກັບ​ປະຊາຊົນ ກຳປູ​ເຈ​ຍ ​ຕີ​ເອົາໄຊຊະນະລະບອບ​ດັບ​ສູນ​ເຊື້ອຊາດ (7/1/1979 – 7/1/2014). ທີ່​ພິທີສະ​ເຫຼີມສະຫຼອງ, ​ພົນ​ຕີ ຫງວຽນ​ເຟືອງ​ນາມ, ຜູ້​ບັນຊາ​ການເຂດ​ທະຫານພາກ 9 ​ເນັ້ນໜັກວ່າ: ​ໃນ​ໄລຍະ​ໃໝ່, ກອງ​ບັນຊາ​ການ​ເຂດ​ທະຫານພາກ 9 ຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​​ເພີ່ມ​ພຸ​ນຄຸນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ກຳລັງ​ປະກອບ​ອ​າວຸດ​ຂອງ​ເຂດ​ທະຫານພາກ 9 ກັບ​ບັນດາກອງ​ທະຫານ​ລາຊະວົງ ກຳປູ​ເຈ​ຍ; ຈາກ​ນັ້ນປະກອບສ່ວນ​ ​ສ້າງສາຍ​ພົວພັນ “​ບ້ານ​​ໃກ້​ເຮືອນຄຽງທີ່ດີງາມ, ມູນ​ເຊື້ອມິດຕະພາບ, ການຮ່ວມ​ມື​ຮອບດ້ານ, ຄວາມໝັ້ນຄົງ​ອັນຍາວ​ນານ, ລະຫວ່າງ​ສອງ​ຊາດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງໝັ້ນຄົງ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ກຳປູ​ເຈ​ຍ.

ຂ່າວ/ບົດ​ອື່ນ