ຫຼາຍປະເທດມີຄວາມວິຕົກກັງວົນຕໍ່ລັດຖະດຳລັດກ່ຽວກັບການເຂົ້າເມືອງສະບັບໃໝ່ຂອງອາເມລິກາ

ຫຼາຍປະເທດມີຄວາມວິຕົກກັງວົນຕໍ່ລັດຖະດຳລັດກ່ຽວກັບການເຂົ້າເມືອງສະບັບໃໝ່ຂອງອາເມລິກາ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 07/03, ອີ​ຣານ ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ຫ້າມ​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ ເຂົ້າ​ເມືອງ​ອີ​ຣານ ເພື່ອ​ໂຕ້​ຕອບ​ລັດ​ຖະ​ດຳ​ລັດ​ສະ​ບັບ​ໃໝ່​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ແນ​ໃສ່​ບັນ​ດາ​ປະ​ເທດ​ມີ​ຊາວ​ມຸດ​ສະ​ລິມກວມ​ສ່ວນ​ຫຼາຍ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ ໄດ້​ກ່າວ​ປະ​ນາມ​ລັດ​ຖະ​ດຳ​ລັດ​ສະ​ບັບ​ໃໝ່​ຂອງ​ອາ​ເມ​ລິ​ກາ ແມ່ນ “ຜິດ​ກັບ​ກົດ​ໝາຍ, ຜິດ​ກັບ​ກົດ​ເກນ ແລະ ໄປ​ຝືນ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສາ​ກົນ”. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ໂຊ​ມາ​ເລຍ Mohamed Abdullahi Mohamed ກໍ່​​ອອກ​ສຽງຕຳ​ໜິ​ຕິ​ຕຽນ ແລະ ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ລັດ​ຖະ​ດຳ​ລັດ​ນີ້. ແລະ​ກໍ​່ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຊູ​ດັງ ກໍ່​ຄັດ​ຄ້ານ​ລັດ​ຖະ​ດຳ​ລັດ​​ຫ້າ​ມ​ເຂົ້າ​ເມືອງ​ສະ​ບັບ​ປັບ​ປຸງ​ດັ່ງ​ກ່າວ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊູ​ດັງ ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແດງ​ຄວາມ​​ຜິດ​ຫວັງ​ຍ້ອນ​ລັດ​ຖະ​ດຳ​ລັດ​ສະ​ບັບ​ປັບ​ປຸງ ທີ່​ໄດ້​ຍົກ​ອອກ​ມາ ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ Khartoum ພ​ວມ​ເຈ​ລະ​ຈາ​ກັບ​ວໍ​ຊິງ​ຕັນ ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ ແລະ ສາ​ກົນ.

        ກ່ອ​ນ​ໜ້ານັ້ນ, ວັນ​ທີ 06/03 (ຕາມ​ເວ​ລາ​ອາ​ເມ​ລິ​ກາ), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ໄດ້​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ​ເຂົ້າ​ເມືອງ​ຊົ່ວ​ຄາວ​​ສະ​ບັບໃໝ່, ພາຍ​ຫຼັງ​ລັດ​ຖະ​ດຳ​ລັດ​ສະ​ບັບ​ທຳ​ອິດ​ຂອງ​ທ່ານ​ຖືກ​ສານ​ສະ​ກັດ​ກັ້ນ.

ຂ່າວ/ບົດ​ອື່ນ