ຫຼາຍປະເທດຮຽກຮ້ອງໃຫ້ອາເມລິກາອະທິບາຍກ່ຽວກັບການເຄື່ອນໄຫວສອບແນມ

ຫຼາຍປະເທດຮຽກຮ້ອງໃຫ້ອາເມລິກາອະທິບາຍກ່ຽວກັບການເຄື່ອນໄຫວສອບແນມ - ảnh 1
(ພາບປະກອບຈາກ AFP)

(vovworld) - ວັນ​ທີ 31/10, ຈີນ, ອິນ​ໂດ​ເນ​ເຊຍ, ປາ​ກິດ​ສະຖານ ​ແລະ ​ໂຮ​ນລັງ ​ໄດ້​ຮຽກຮ້ອງ​ໃຫ້ ອາ​ເມ​ລີ​ກາ ມີ​ຄຳ​ອະທິບາຍ​ພາຍຫຼັງ​ກຸ່ມ​ບໍລິສັດ​ສື່ສານ Fairfax ​Media ​ແລ​ະ ໜັງສືພິມ “Sydney Morning Herald” ຂອງ​ອົດ​ສະ​ຕາ​ລີ ​ໄດ້​ໃຫ້​ຂ່າວ​ບັນດາ​ສະຖານທູດ​ຂອງ ອົກ​ສະ​ຕາ​ລີ ປະຈຳ ​ອາຊີ, ​ແຕ່ Jakarta, ບັງ​ກອກ… ຕະຫຼອດ​ຮອດ ບັກ​ກິ່ງ, ພວມ​ຖືກ​ໃຊ້​ເປັນ​ສະຖານ​ທີ່​ຮັບ​ໃຊ້​ລາຍການ​ສອບ​ແນມ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ອາ​ເມ​ລິ​ກາ.

    ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​​ເປັນ​ປະຈຳ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານນາງ .​ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ແຫຼ່ງຂ່າວ​ດັ່ງກ່າວ ​ແລະ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ມີ​ການອະທິບາຍ​ຢ່າງ​ລະ​ອຽດ. ທ່ານ​ນາງ​ເນັ້ນ​ໜັກ​ວ່າ: ບັງ​ກິ່ງ ຫວັງ​ວ່າ Canberra ອາດ​ຈະ​ມີ​ການສົບ​ທົບ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແກ້​ໄຂ​ບັນຫາ​ນີ້.

    ​ໃນ​ແຈ້ງການ​ທີ່ຍົກ​ອອກ​ມາ​ໃນ​ວັນ​ທີ 31/10, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Marty Natalegawa ຢືນຢັນ​ວ່າ: Jakarta ບໍ່​ສາມາດ​ຮັບ​ຮູ້ ​ແລະ ຄັດຄ້ານ​​ບັນດາ​ແຫຼ່ງຂ່າວ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ​ໄດ້​ຕັ້ງ​ອຸປະກອນ​ລັກ​ຟັງ​ໂທລະສັບ​ຢູ່​ສະຖານທູດ ອາ​ເມ​ລິ​ກາ ປະຈຳ​​ປະ​ເທດ​ນີ້ຢ່າງ​ແຮງ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ກ່າວ​ຄຳ​ເຫັນ​ທາງໂທລະພາບ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ໂຮ​ນລັງ ທ່ານ Ronald Plasterl ຢືນຢັນ​ບໍ່​ສາມາດ​ຮັບ​ຮູ້​ປະ​ເທດ​ພັນທະ​ມິດ​ທີ່ບໍ່​​ເຄົາລົບ​ນັບຖື​ກົດໝາຍ ​ໂຮ​ນລັງ​ໄດ້.

 

ຂ່າວ/ບົດ​ອື່ນ