ຫຼາຍ​ປະ​ເທດ​ໃນ​ໂລກ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຍີ​ປຸ່ນ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ

(VOVWORLD) - ການນຳບັນດາປະເທດ ອາຊີ ພ້ອມກັບບັນດາປະເທດອື່ນຢູ່ພາກພື້ນ ອາເມລິກາເໜືອ ແລະ ເອີຣົບ ໄດ້ສົ່ງສານສະແດງຄວາມສາມັກຄີກັບ ຍີ່ປຸ່ນ ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,6 ຣິກເຕີ ເກີດຂຶ້ນໃນວັນທີ 01 ມັງກອນ ຢູ່ແຂວງ Ishikawa, ກໍ່ຜົນເສຍຫາຍທັງຊີວິດອິນຊີ ແລະ ຊັບສິນ.

    ໃນສື່ສັງຄົມອອນໄລ X, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ແຈ້ງໃຫ້ຊາບວ່າ ປະເທດນີ້ໄດ້ຍົກອອກຂໍ້ສະເໜີໜູນຊ່ວຍ ຍີ່ປຸ່ນ ດ້ວຍທຸກວິທີທາງ, ພ້ອມທັງຢັ້ງຢືນຄວາມສາມັກຄີກັບ ຍີ່ປຸ່ນ ຕໍ່ໜ້າບັນດາສິ່ງທ້າທາຍລວມ ເຊິ່ງບັນດາປະເທດນອນໃນວົງແຫວນແຫ່ງໄຟ ປາຊີຟິກ ຕ້ອງປະເຊີນໜ້າ.

        ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ ພ້ອມດ້ວຍຄອບຄົວ ພາຍຫຼັງເຫດແຜ່ນດິນໄຫວ; ພ້ອມທັງສະແດງໃຫ້ເຫັນຄວາມຫວັງຢາກໜູນຊ່ວຍ ຍີ່ປຸ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວດັ່ງກ່າວ.

        ການນຳບັນດາປະເທດ ເອີຣົບ ແລະ ອາເມລິກາ ເໜືອ ກໍສະແດງນ້ຳໃຈສາມັກຄີ ແລະ ພ້ອມແລ້ວທີ່ຈະສົມທົບກັບ ຍີ່ປຸ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວນີ້ເຊັ່ນດຽວກັນ. ພາຍຫຼັງເກີດເຫດແຜ່ນດິນໄຫວທັນທີ, ວັນທີ 01 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ ພ້ອມແລ້ວທີ່ຈະສະໜອງທຸກການຊ່ວຍເຫຼືອທີ່ຈຳເປັນໃດໆ ໃຫ້ ຍີ່ປຸ່ນ. ຈາກເອີຣົບ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະໜູນຊ່ວຍ ຍີ່ປຸ່ນ ແລະ ຍາມໃດກໍຕິດຕາມສະພາບການຢ່າງໃກ້ຊິດ.

ຕອບກັບ

ຂ່າວ/ບົດ​ອື່ນ