ອຸກະແລນຫວັງໃຫ້ ຫວຽດນາມກາຍເປັນ ຄູ່ຮ່ວມມືຍຸດທະສາດ
ເອກອັກຄະລັດຖະທູດອຸກະແລນປະຈຳຫວຽດນາມ
ທ່ານ Oleksiy Shovkoplias
|
Vovworld- 2 ປະເທດຫວຽດນາມ ແລະ ອຸກະແລນ ພວມຊຸກຍູ້ສາຍພົວພັນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ຕອບສຳພາດຕໍ່ນັກຂ່າວ VOV ເນືອ່ງໃນໂອກາດວັນຊາດອຸກະແລນ, ທ່ານເອກອັກຄະລັດຖະທູດອຸກະແລນປະຈຳຫວຽດນາມ Oleksiy Shovkoplias ປາດທະໜາວ່າ ຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ໃຫ້ດີຍິ່ງໆຂຶ້ນໃນທຸກໆຂົງເຂດຄື ເສດຖະກິດ, ການຄ້າ, ການສຶກສາ, ການທູດ... ທ່ານເອກອັກຄະລັດຖະທູດອຸກະແລນປະຈຳຫວຽດນາມ Oleksiy Shovkoplias ໃຫ້ຮູ້ວ່າ ປະເທດຂອງທ່ານຖືເປັນສຳຄັນທີ່ສຸດການພົວພັນກັບບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມແມ່ນຄູ່ຮ່ວມມືລາຍໃຫຍ່ຂອງອຸກະແລນ. ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ທ່ານເອກອັກຄະລັດຖະທູດອຸກະແລນປະຈຳຫວຽດນາມ Oleksiy Shovkoplias ໃຫ້ຮູ້ວ່າ :
“ ພວກເຮົາພວມພະຍາຍາມເພື່ອໃຫ້ຍອດປະລິມານສິນຄ້າຫວຽດນາມທີ່ສົ່ງ ອອກຂາຍໃຫ້ ອຸກະແລນ ໃນປີນີ້ບັນລຸ 400 ລ້ານ USD . ຈຸດໝາຍໃນຮອບ 3 ປີຂ້າງໜ້າຈະບັນລຸ 1 ຕື້ USD ຕໍ່ປີ. ເພື່ອເຮັດໃຫ້ສິ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ, ກ່ອນອື່ນໝົດ ພວກເຮົາຕ້ອງເຊັນສັນຍາການຄ້າເສລີ ເພື່ອຊຸກຍູ້ການສົ່ງອອກສິນຄ້າລະຫວ່າງ 2 ປະເທດ ທ້າຍເດືອນ 10 ນີ້, ຈະດຳເນີນກອງປະຊຸມລະຫວ່າງ ບັນດາຜູ້ຊ່ຽວຊານຂອງ 2 ປະເທດໃນຂົງເຂດເສດຖະກິດຢູ່ນະຄອນໂຮ່ຈິມິນ. 2 ຝ່າຍຈະຕີລາຄາ ແລະ ຍົກອອກການກຳນົດທິດໃນສະເພາະໜ້າເພື່ອເຊັນສັນຍາ ຄ້າເສລີລະຫວ່າງ 2 ປະເທດ ”