ອັງກິດ ຈັດສ່ົງກໍ່າປັ່ນເຂົ້າຮ່ວມພາລະກໍາກອງທັບເຮືອຢູ່ເຂດອ່າວເປີເຊຍຕື່ມອີກ

(VOVWORLD) - ກໍ່າປັ່ນ HMS Kent ຂອງ ອັງກິດ ໄດ້ອອກຈາກທ່າກໍ່າປັ່ນໄປຍັງເຂດອ່າວເປີເຊຍ ເພື່ອເຂົ້າຮ່ວມພາລະກໍາ ໂດຍ ອາເມລິກາ ນໍາໜ້າ ເພື່ອແນໃສ່ປ້ອງກັນບັນດາກໍ່າປັ່ນການຄ້າໃນເຂດນີ້.
ອັງກິດ ຈັດສ່ົງກໍ່າປັ່ນເຂົ້າຮ່ວມພາລະກໍາກອງທັບເຮືອຢູ່ເຂດອ່າວເປີເຊຍຕື່ມອີກ - ảnh 1 ກໍ່າປັ່ນ HMS Kent ຂອງ ອັງກິດ (ພາບ: ກະຊວງປ້ອງກັນປະເທດ ອັງກິດ)

    ວັນທີ 12 ສິງຫາ, ກໍ່າປັ່ນ HMS Kent ຂອງ ອັງກິດ ໄດ້ອອກຈາກທ່າກໍ່າປັ່ນໄປຍັງເຂດອ່າວເປີເຊຍ ເພື່ອເຂົ້າຮ່ວມພາລະກໍາ ໂດຍ ອາເມລິກາ ນໍາໜ້າ ເພື່ອແນໃສ່ປ້ອງກັນບັນດາກໍ່າປັ່ນການຄ້າໃນເຂດນີ້ ໃນສະພາບການທີ່ຄວາມເຄັ່ງຕຶງດ້ານການເມືອງລະຫວ່າງຝ່າຍຕາເວັນຕົກ ແລະ ອີຣານ ເພິ່ມຂຶ້ນສູງ.

   ແລະກໍໃນວັນດຽວກັນ, ໃນການເຈລະຈາກັບຄູ່ຕໍາແໜ່ງ ກາຕາ Mohammed bin Abdulrahman Al Thani, ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຕໍາໜິຕິຕຽນເຈດຕະນາຂອງ ບັນດາກໍາລັງການທະຫານຕ່າງປະເທດ ແນໃສ່ການມີໜ້າຢູ່ອ່າວເປີເຊຍ ແລະ ຖືວ່າ ການກະທໍາດັ່ງກ່າວ ຈະເຮັດໃຫ້ສະພາບການຂອງພາກພື້ນສັບສົນຂຶ້ນຕື່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ