ອັງກິດ ແລະ ອີຢູ ບໍ່ລົງລອຍກັນດ້ານສິດພົນລະເມືອງໃນໄລຍະຂ້າມຜ່ານ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກ່າວເຕືອນວ່າ ພົນລະເມືອງຂອງສະຫະພາບ ເອີຣົບ (ອີຢູ) ເຂົ້າ ອັງກິດ ພາຍຫລັງ Brexit ໃນປີ 2019 ອາດຈະຂາດສິດຜົນປະໂຫຍດຈຳນວນໜຶ່ງ.
ອັງກິດ ແລະ ອີຢູ ບໍ່ລົງລອຍກັນດ້ານສິດພົນລະເມືອງໃນໄລຍະຂ້າມຜ່ານ - ảnh 1 (ພາບປະກອບ/THX/TTXVN)

ສິ່ງດັ່ງກ່າວ ໄດ້ຮັບຖືວ່າ: ຈະກໍ່ການຂັດແຍ້ງກັບ ອີຢູ ກ່ຽວກັບບັນຫາສິດຜົນປະໂຫຍດຂອງພົນລະເມືອງ ອີຢູ ໃນໄລຍະຂ້າມຜ່ານ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 01 ກຸມພາ ເມື່ອພວມຢູ່ຢ້ຽມຢາມ ຈີນ, ທ່ານນາງນາຍົກລັດຖະມົນຕີ Theresa May ໃຫ້ຮູ້ວ່າ: ບັນດາພົນລະເມືອງຂອງ ອີຢູ ເຂົ້າ ອັງກິດ ໃນຂະນະທີ່ ອັງກິດ ຍັງເປັນສະມາຊິກຂອງສະຫະພາບນີ້ ຈະໄດ້ຮັບຜົນປະໂຫຍດຢ່າງແນ່ນອນ  ແຕ່ຈະມີຄວາມແຕກຕ່າງກັນ ສຳລັບບັນດາພົນລະເມືອງ ເອີຣົບ ເຂົ້າ ອັງກິດ ພາຍຫລັງ Brexit.

        ບັນຫານີ້ ໄດ້ຮັບຖືວ່າ ແມ່ນສິ່ງກີດຂວາງ ເຊິ່ງ ອັງກິດ ແລະ ອີຢູ ຈະຕ້ອງແກ້ໄຂ ເພື່ອບັນລຸໄດ້ບາງຂໍ້ຕົກລົງກ່ຽວກັບໄລຍະຂ້າມຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ