ອັງກິດ:ນາຍົກລັດຖະມົນຕີDavid Cameron ສັບຊ້ອນຄະນະລັດຖະບານໃໝ່ສຳເລັດຜົນ

ອັງກິດ:ນາຍົກລັດຖະມົນຕີDavid Cameron ສັບຊ້ອນຄະນະລັດຖະບານໃໝ່ສຳເລັດຜົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron
(ພາບ: AFP/TTXVN)

(vovworld) – ຄະ​ນະ​ລັດ​ຖະ​ບານ​ໃໝ່​ຂອງ​ລັດ​ຖະ​ບານ ອັງ​ກ​ິດ ​ຈະສະ​ເໜີ​ຕົວ​ໃນ​ວັນ​ທີ 12/5. ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ 1922 ເມື່ອ​ວັນ​ທີ 11/5, ພາຍຫຼັງ​ການ​​ສັບ​ຊ້ອນ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ສຳ​ເລັດ​ຜົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Cameron ຖະ​ແຫຼງ​ທ່ານ​ຢາກ​ສຸ​ມ​ໃສ່​ເຂົ້າ​ໃນ​ວິ​ໄສ​ທັດ​ຕັ້ງ​ໜ້າ​ຂອງ​ອະ​ນາ​ຄົດ, ໃນ​ນັ້ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ແມ່ນ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ ອັງ​ກິດ ໄປ​ຖືກ​ທິດ ແລະ ນຳ​ປະ​ເທດ ອັງ​ກິດ ກັບ​ຄືນ​ສູ່​ທີ່​ຕັ້ງ​ບົດ​ບາດ​ຂອງ​ມັນ.

        ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ​ສັບ​ຊ້ອນ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ສຳ​ເລັດ​ຜົນ​ພາຍຫຼັງ​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ຂອງ​ທ່ານ​ຍາດ​ໄດ້​ໄຊ​ຊະ​ນະ​ທີ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 7/5 ຜ່ານ​ມາ. ພາກ​ສ່ວນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ບໍ່​ມີ​ການ​ປ່ຽນ​ແປງຫຼາຍ​ດ້ວຍ​ບັນ​ດາ​ຕຳ​ແໜ່ງຫຼັກ​ແຫຼ່ງ​ຍັງ​​ສືບ​ຕໍ່ໄດ້​ຮັບ​ການ​ຮັກ​ສາ​ໄວ້.



ຂ່າວ/ບົດ​ອື່ນ