ອັງກິດປາດຖະໜາຢາກອີຣານເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການແກ້ໄຂໃຫ້ວິກິດການຢູ່ຊີຣີ

ອັງກິດປາດຖະໜາຢາກອີຣານເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການແກ້ໄຂໃຫ້ວິກິດການຢູ່ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ​ອັງກິດ Philip Hammond
(ພາບປະກອບ: AFP/TTXVN)


(vovworld) – ວັນ​ທີ 24/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ Philip Hammond ຖະ​ແຫຼ​ງ​ເລື່ອງ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໃຫ້​ວິ​ກິດ​ການ​ຢູ່ຊີຣີ ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ຍ້ອນ​ການ​ພົວພັນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ຕົກ ​ກັບ ​ອີຣານ ພວມ​ຄ່ອຍໆ​ດີ​ຂຶ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ການ​ເຈລະຈາ. ກ່າວ​ຄຳ​ເຫ​ັນຢູ່​ເຕ​ເຣຣານ ພາຍຫຼັງ​ການ​ພົບ​ປະກັບ​ທ່ານ​ປະທານາທິບໍດີ Hassan Rouhani ​ໃນ​ມື້​ທີ 2 ຢູ່ຢ້ຽມຢາມ​ອີຣານ, ທ່ານ Hammond ຢືນຢັນ​ວ່າ, ທັງ​ອີຣານ ​ແລະ ອັງ​ກິດ ​ລ້ວນ​ແຕ່​ຢາກ​ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​ໃຫ້​ວິ​ກິດ​ການ​ຊີຣີ ​ແລະ ​ບັນຫາ​ອື່ນໆ​ໃນ​ພາກ​ພື້ນ. ທ່ານ Hammond ຍອມຮັບ​ວ່າ, ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ຊີຣີ ຍັງ​ຂາ​ດ 2 ປະ​ເທດ​ສວ​ມ​ບົດບາດ​ສຳຄັນ ​ແລະ ມີ​ຜົນ​ທະ​ທ້ອນທີ່​ສຸດຄືອີຣານ ​ແລະ ລັດ​ເຊຍ. ທ່ານ Hammond ​ໃຫ້​ຮູ້​ວ່າ, ລະ​ດັບ​ການ​ເຈລະຈາ​ກັບ​ລັດ​ເຊ​ຍ ກ່ຽວ​ກັບ​ສົງ​ຄາມ ຊີຣີ ​​ໃນ​ຊຸ​ມ​ເດືອນ​ມໍ່ໆ​ມາ​ນີ້ໄດ້​ເລິກ​ເຊິ່ງ, ກວ້າງ​ຂວາງ​ກວ່າ ​ແລະ ປະຈຸ​ບັນ​ພວມ​ມີ​ກາລະ​ໂອກາດ​ເພື່ອ​ໃຫ້​ອີຣານ ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກັບ​ປະ​ເທດ​ຕ່າງໆ​.

ຂ່າວ/ບົດ​ອື່ນ