ອັງກິດເລີ່ມຈັດການເລືອກຕັ້ງຂັ້ນທ້ອງຖິ່ນ

(VOVWORLD) -ວັນທີ 03 ພຶດສະພາ, ຜູ້ມີສິດເລືອກຕັ້ງອັງກິດ ເລີ່ມໄປປ່ອນບັດໃນການເລືອກຕັ້ງຂັ້ນທ້ອງຖິ່ນ ເພື່ອເລືອກຕັ້ງຄະນະກຳມະການຄົນໃໝ່ນັບໝື່ນຄົນໃຫ້ແກ່ສະພາທ້ອງຖິ່ນ.

ອັງກິດເລີ່ມຈັດການເລືອກຕັ້ງຂັ້ນທ້ອງຖິ່ນ - ảnh 1ອັງກິດເລີ່ມຈັດການເລືອກຕັ້ງຂັ້ນທ້ອງຖິ່ນ

(ພາບ: AFP/TTXVN)

ນີ້ໄດ້ຮັບຖືວ່າແມ່ນການທົດລອງຄັ້ງທຳອິດຕໍ່ທ່ານນາງນາຍົກລັດຖະມົນຕີ Theresa May ນັບແຕ່ເມື່ອພັກຮັກສາເດີມຂອງທ່ານນາງຖືກເສຍທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດ ພາຍຫຼັງການເລືອກຕັ້ງກ່ອນກຳນົດເວລາເມື່ອປີ 2017.

      ມີ 4.300 ທີ່ນັ່ງຈະໄດ້ຮັບການປ່ອນບັດໃນບັນດາຂັ້ນທ້ອງຖິ່ນຢູ່ບັນດານະຄອນຂອງອັງກິດ, ໃນນັ້ນມີບັນດານະຄອນຄື Manchester, Leeds ແລະ Newcasle. ພັກນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີອັງກິດ ຈະຊ່ວງເສັງກັບບັນດາພັກຝ່າຍຄ້ານເພື່ອຍາດໄດ້ 32 ທີ່ນັ່ງໃນສະພາຂັ້ນທ້ອງຖິ່ນຢູ່ນະຄອນລອນດອນ, ເຊິ່ງແມ່ນແຫ່ງໄດ້ຮັບຖືວ່າແມ່ນກຳແພງທີ່ເປັນມູນເຊື້ອຂອງພັກດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ