ອັງກິດແລະຈີນເພີ່ມທະວີການຮ່ວມມື2ຝ່າຍ

ອັງກິດແລະຈີນເພີ່ມທະວີການຮ່ວມມື2ຝ່າຍ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ ພວມ​ຢູ່​ຢ້ຽມຢາມ​ ​ອັງ​ກິດ
 ​ໄດ້​ມີ​ກາ​ນພົບ​ປະ​ແລກປ່ຽນກັບທ່ານ​ນາຍົກລັດຖະມົນຕີອັງກິດ David Cameron
(ພາບ: CFP)

(vovworld) – ​​​ ວັນ​ທີ 10/6, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ ພວມ​ຢູ່​ຢ້ຽມຢາມ​ ​ອັງ​ກິດ ​ໄດ້​ມີ​ກາ​ນພົບ​ປະ​ແລກປ່ຽນກັບທ່ານ​ນາຍົກລັດຖະມົນຕີອັງກິດ David Cameron. ທີ່​ການ​ພົບ​ປະ, ທ່ານ David Cameron ​ໃຫ້​ຮູ້​ວ່າ: ອັງກິດ ຢືດໝັ້ນ​ຄວາມ​ມານະ​ພະຍາຍາມ​ພັດ​ທະ​ນາ​ການ​ພົວພັນ​ກັບ​ຈີນ ​ແລະ ປາດ​ຖະໜາ​ຢາກກາຍ​ເປັນ​ຄູ​ຮ່ວມ​ມື, ຮ່ວມ​ມື​ເປີດ​ປະຕູ​ຂອງ​ ຈີນ. ຕາມ​ທ່ານ David Cameron ​ແລ້ວ, ລອນ​ດອນ ໃຫ້​ຄຳ​ໝັ້ນ​ສັນຍາຢ່າງ​ຕັ້ງໜ້າຊຸກຍູ້​ການ​ຄ້າ 2 ຝ່າຍ, ສົ່ງ​ເສີມ​ວິ​ສາ​ຫະກິດ 2 ປະ​ເທດ​​ລົງທຶນ​ເຊິ່ງ​ກັນ ​ແລະ ​ກັນ.

             ສ່ວນ​ທ່ານ​ລັດຖະມ​ົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວາງ​ອີ ຢັ້ງຢືນ​ວ່າ: ການ​ຢ້ຽມຢາມ ​ອັງກິດ ​ໃນ​ປີ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ມີ​ຄວາມ​ໝາຍ​ປະຫວັດສາດ, ກາຍ​ເປັນ​ຂີດ​ໝາຍສຳຄັນ​ໃນ​ການພັດທະນາສາຍພົວພັນ ລະຫວ່າງ  2 ປະ​ເທດ.

ຂ່າວ/ບົດ​ອື່ນ