ກ່າວເຕືອນໄພກໍ່ການຮ້າຍຢູ່ມາເລເຊຍ
(ພາບອິນເຕີແນດ)
(vovworld) - ວັນທີ 21/2, ອຳນາດການປົກຄອງ ອັງກິດ ແລະ ອົດສະຕາລີ ໄດ້ກ່າວເຕືອນພົນລະເມືອງຂອງສອງປະເທດນີ້ ກ່ຽວກັບໄພເກີດການກໍ່ການຮ້າຍຢູ່ເຂດຕ່າງໆທີ່ ມາເລເຊຍ, ໃນນັ້ນມີທັງນະຄອນຫຼວງ ກົວລາລຳເປີ. ອັງກິດ ແລະ ອົດສະຕາລີພ້ອມກັນກ່າວເຕືອນປະຊາຊົນບໍ່ຄວນໄປທ່ອງທ່ຽວຢູ່ ມາເລເຊຍ, ພິເສດແມ່ນເຖິງບັນດາເຂດທາງທິດຕາເວັນອອກ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພາຍໃນ ມາເລເຊຍ Ahmad Zahid Hamidi ຖະແຫຼງວ່າ, ມີພົນລະເມືອງ ມາເລເຊຍ 130 ກວ່າຄົນ ພວມຢູ່ຊີຣີ ແລະ ອີຣັກ ເພື່ອເຂົ້າຮ່ວມສົງຄາມໃນຖັນແຖວຂອງອົງການ “ລັດອິດສະລາມ“ (IS) ຖືກຫ້າມບໍ່ໄດ້ກັບເມືອປະເທດ. ຂໍ້ຕົກລົງນີ້ເພື່ອແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງມາເລເຊຍ.