ອົງການກວດກາ ທ້ອງຖິ່ນ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

ອົງການກວດກາ ທ້ອງຖິ່ນ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1
​ທ່ານ Lam Dinh Chien, ຮອງ​ຫົວ​ໜ້າ​ອົງການ​ກວດກາ
(ພາບ: ອີນເຕີແນດ)


(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 17 – 21/11, ວັນ​ທີ 19/11, ຄະນະ​ຜູ້​ແທນອົງການ​ກວດກາ​ນະຄອນ​​ໂຮ່ຈິ​ມິນ ​ໂດຍ​ທ່ານ Lam Dinh Chien, ຮອງ​ຫົວ​ໜ້າ​ອົງການ​ກວດການຳ​ໜ້າ ​ໄດ້​ມີ​ການ​​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ອົງການ​ກວດການະ​ຄອນ​ຫຼວງ​ວຽງຈັນ, ​ໂດຍ​ທ່ານ ສີ​ຫຸນ ສິດທິ​ລື​ໄຊ, ປະທານ​ກວດກາ​ພັກ - ລັດ​ນະຄອນຫລວງ​ວຽງ​ຈັນ ນຳ​ໜ້າ. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແຈ້ງ​ໃນ​ກັນຊາບກ່ຽວ​ກັບສະພາບ​ການ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖິ່ນ ​ແລະ ວຽກ​ງານ​ກວດກາ, ​ແກ້​ໄຂຄຳ​ຮ້ອງຟ້ອງ, ຮ້​ອງທຸກ​ໃນ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​​ແກ້​ໄຂ​ຄຳ​ກ່າວ​ຟ້ອງໃນ​ໄລຍະ​ຜ່ານ​ມາ; ​ແລກປ່ຽນ​ກ່ຽວ​ກັບ​​ໂຄງ​ຮ່າງ​ຈັດ​ຕັ້ງ​ອົງການກວ​ດກາ, ບົດບາດ​ໜ້າ​ທີ່​ກໍ​ຄື​ບົດຮຽນ​ສະພາບ​ຕົວ​ຈິ່ງ ​ເພື່ອ​ຄົ້ນ​ພົບ​ບັນດາ​ກໍລະນີ​ຜິດ​ພາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ​ເຫັນ​ດີ​ນຳກັນ​ວ່າ ​ໃນ​ໄລຍະຈະ​ມາ​ເຖິງ​ຈະເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ. ສອງ​ຝ່າຍ​​ໄດ້ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ລາວ ຄັ້ງນີ້ຂອງ​ຄະນະ​ ​ແມ່​ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ກວດກາ, ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ຢ່າງ​ດີ, ກໍ່ສ້າງ​ອຳນາດ​ການ​ປົກຄອງ​​ໃຫ້​ໂປງ​​ໃສ, ​ເຂັ້ມ​ແຂງ ​ເຊິ່ງທາງ​ນະຄອນ​ໄດ້​ມອບ​ໝາຍ​ໃຫ້, ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2012 ຢ່າງ​​ແທດ​ຈິງ, ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ