ອົງການກວດສອບຫວຽດນາມ ແລະ ສເກົາຫລີ ແບ່ງປັນບົດຮຽນ,ແລກປ່ຽນການຮ່ວມມື

(VOVWORLD) - ວັນທີ 20 ກັນຍາ, ທ່ານ ໂຮ່ດຶກເຝິກ, ປະທານອົງການກວດສອບແຫ່ງລັດຫວຽດນາມ, ຫົວຫນ້າຄະນະຈັດຕັ້ງກອງປະຊຸມ ASOSAI 14 ປະທານ ASOSAI ອາຍຸການ 2018 – 2021, ໄດ້ເຈລະຈາກັບ ທ່ານ Choe Jeahyoung, ເລຂານຸການໃຫຍ່ ASOSAI, ປະທານ ຄະນະກຳມະການກວດກາ ແລະ ກວດສອບ ສເກົາຫລີ.

ອົງການກວດສອບຫວຽດນາມ ແລະ ສເກົາຫລີ ແບ່ງປັນບົດຮຽນ,ແລກປ່ຽນການຮ່ວມມື - ảnh 1ທ່ານ Choe Jeahyoung, ເລຂານຸການໃຫຍ່ ASOSAI  ແລະ ທ່ານ ໂຮ່ດຶກເຝິກ ປະທານອົງການກວດສອບແຫ່ງລັດຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ໂຮ່ດຶກເຝິກ ຖືວ່າ ໄລຍະຈະມາເຖິງ, ສອງຝ່າຍ ອາດຈະເພີ່ມທະວີການຮ່ວມມືການກວດສອບໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈຄື: ກວດສອບເຕັກໂນໂລຊີຂໍ້ມູນຂ່າວສານຫລືກວດສອບສິ່ງແວດລ້ອມ. ຕາມ ທ່ານ ໂຮ່ດຶກເຝິກ  ແລ້ວ, ຫວຽດນາມ ພວມສ້າງຍຸດທະສາດພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານຮອດປີ 2030 ແລະ ວິໄສທັດຮອດປີ 2040 ສະນັ້ນຢາກແບ່ງປັນບົດຮຽນກວດສອບໃນບັນຫານີ້.

        “ພວກຂ້າພະເຈົ້າປາດຖະຫນາຢາກຮ່ວມມືກັບຝ່າຍ ສເກົາຫລີ ໃນບາງຂົງເຂດຄື: ກວດສອບເຕັກໂນໂລຊີຂໍ້ມູນຂ່າວສານ, ກວດສອບສິ່ງແວດລ້ອມ. ພວກຂ້າພະເຈົ້າເຫັນວ່າ ຂະແຫນງກວດສອບເຕັກໂນໂລຊີຂໍ້ມູນຂ່າວສານຂອງ ສເກົາຫລີແມ່ນພັດທະນາທີ່ສຸດ. ປະຈຸບັນ ຫວຽດນາມ ກໍ່ພວມມານະພະຍາຍາມຊຸກຍູ້ ແລະ ພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ກວດສອບເຕັກໂນໂລຊີຂໍ້ມູນຂ່າວສານ.”

ສ່ວນທ່ານ Choe Jeahyoung ເລຂານຸການໃຫຍ່ ASOSAI, ປະທານຄະນະກຳມະການກວດກາ ແລະ ກວດສອບ ສເກົາຫລີ  ໄດ້ຕີລາຄາສູງວຽກງານກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ຂອງຫວຽດນາມ ພ້ອມທັງຕີລາຄາສູງການພັດທະນາຢ່າງແຮງກໍ່ຄືຄວາມສາມາດບົ່ມຊ້ອນການພັດທະນາຂອງຫວຽດນາມ, ໃນນັ້ນ ມີການປະກອບສ່ວນຂອງອົງການກວດສອບແຫ່ງລັດຫວຽດນາມ.  ທ່ານ Choe Jeahyoung ໃຫ້ຮູ້ວ່າ: ຝ່າຍ ສເກົາຫລີ ຈະແຕ່ງຕັ້ງບັນດາຜູ້ຊ່ຽວຊານມາຫວຽດນາມ ເພືື່ອຫນູນຊ່ວຍອົງການກວດສອບແຫ່ງລັດຫວຽດນາມ ສ້າງກຳລັງຄວາມສາມາດຂອງບັນດາພະນັກງານກວດສອບກໍ່ຄືຫນູນຊ່ວຍຫວຽດນາມ ໃນບັນດາຂົງເຂດກວດສອບ ຊື່ງຫວຽດນາມ ມີຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ