ອົງຄະນະພັກຢູ່ຕ່າງປະເທດປະຕິບັດທິດທາງພົວພັນຕ່າງປະເທດໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງມີໄຊ

ອົງຄະນະພັກຢູ່ຕ່າງປະເທດປະຕິບັດທິດທາງພົວພັນຕ່າງປະເທດໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງມີໄຊ - ảnh 1
​ກອງ​ປະຊຸມ​ອົງຄະ​ນະ​ພັກ​ຢູ່​ຕ່າງປະ​ເທດ​ອາຍຸ​ການ 2015 – 2020
(ພາບ: TTXVN)

(vovworld) –​​​ ​ ​ວັນ​ທີ 03/11, ຢູ່​ຮ່າ​ໂນ້ຍ, ດຳ​ເນີນ​ກອງ​ປະຊຸມ​ອົງຄະ​ນະ​ພັກ​ຢູ່​ຕ່າງປະ​ເທດ​ອາຍຸ​ການ 2015 – 2020. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຕີ​ລາຄາ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຢູ່​ຕ່າງປະ​ເທດ​ອາຍຸ​ການ 2010 – 2015, ປຶກສາ​ຫາລື​ທິດ​ທາງ​ໜ້າ​ທີ່, ມາດ​ຕະການ​ຜັນ​ຂະຫຍາຍ​ໜ້າ​ທີ່​ຂອງ​ອົງຄະ​ນະ​ພັກ​ຢູ່​ຕ່າງ​ປະ​ເທດ​ອາຍຸ​ການ 2015 – 2020, ພ້ອມ​ທັງ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ ​ຍື່ນສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະ​ນະ​ເລຂາ ​ເລ​ຮົ່ງ​ແອ​ງ ຊີ້​ແຈ້ງວ່າ:

        “ອົງຄະ​ນະ​ພັກ​ຢູ່​ຕ່າງປະ​ເທດ​ຄວນ​ຊີ້​ນຳ​ນຳພາ​ມະຫາຊົນ​ຢູ່​ຕ່າງປະ​ເທດ ປະຕິບັດ​ແນວທາງ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ລັດ​​ໃນ​ໄລຍະ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນໃຫ້​ດີ ​ເພື່ອ​ຮັບ​ໃຊ້​ຄາດໝາຍ ຮັກສາ​ສັນຕິພາບ​ໃຫ້ໝັ້ນຄົງ​, ສະ​ແຫວ​ງຫາ​ບັນດາ​ແຫຼ່ງກຳລັງ​ຢູ່​ພາຍ​ນອກ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ, ຮັບ​ສາ​ເອກະລາດ, ອະທິ​ປະ​ໄຕ, ເອກະ​ພາບ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີ​ບ​ແຜ່ ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ ​ແລະ ສະພາບ​ການ​ຂອງ​ປະ​ເທດ​ໃຫ້​ພະນັກງານ​ສະມາຊິກ​ພັກ ​ແລະ ມະຫາຊົນ​ຢູ່​ຕ່າງປະ​ເທດ”

 

ຂ່າວ/ບົດ​ອື່ນ