ອັດ​ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 32: ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫ​ວ​ທາງ​ການ​ທູດ ຕາມ​ທິດນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ທົ່ວຂະແໜງການຕ່າງປະເທດ ຈະເຊື່ອມຊືມຢ່າງເລິກເຊິ່ງບັນດາແນວຄິດຊີ້ນຳ ແລະ ການກຳນົດທິດຍຸດທະສາດກ່ຽວກັບການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13.
ອັດ​ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 32: ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫ​ວ​ທາງ​ການ​ທູດ ຕາມ​ທິດນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ພາຍຫຼັງການເຮັດວຽກມາເປັນເວລາ 5 ວັນ, ກອງປະຊຸມການຕ່າງປະເທດຄັ້ງທີ 32 ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານການຕ່າງປະເທດ ຢ່າງຮອບດ້ານ, ທັນສະໄໝ, ໝັ້ນແກ່ນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ” ໄດ້ອັດລົງ.

ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ທົ່ວຂະແໜງການຕ່າງປະເທດ ຈະເຊື່ອມຊືມຢ່າງເລິກເຊິ່ງບັນດາແນວຄິດຊີ້ນຳ ແລະ ການກຳນົດທິດຍຸດທະສາດກ່ຽວກັບການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13, ເອກະສານຊີ້ນຳຂອງພັກ ກ່ຽວກັບວຽກງານການຕ່າງປະເທດ ກໍ່ຄືການຊີ້ນຳຂອງພັກ ແລະ ລັດຢູ່ກອງປະຊຸມ, ສືບຕໍ່ເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງໃນການຜັນຂະຫຍາຍວຽກງານການຕ່າງປະເທດ ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະເໜີ ໃຫ້ ພະນັກງານຂະແໜງການຕ່າງປະເທດໝົດທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຍາມໃດກໍ່ຕ້ອງມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ ເພື່ອບັນລຸໄດ້ຜົນສຳເລັດສູງກ່ວາປີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ