ອັດກອງປະຊຸມຂັ້ນສູງກ່ຽວກັບການສົ່ງເສີມການລົງທຶນທົ່ວໂລກຢູ່ອິນເດຍ

ອັດກອງປະຊຸມຂັ້ນສູງກ່ຽວກັບການສົ່ງເສີມການລົງທຶນທົ່ວໂລກຢູ່ອິນເດຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon
(ພາບ: AFP/TTXVN)


(vovworld) – ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ, ຕອນ​ບ່າຍ​ວັນ​ທີ 13/01, ກອງ​ປະຊຸມ​ຂັ້ນ​ສຸງຄັ້ງ​ທີ 7 ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ​ທົ່ວ​ໂລກ​ຢູ່​ລັດ Gujarat, ອິນ​ເດຍ ​ໄດ້​ອັດ​ລົງ. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ນຳ​ອິນ​ເດຍ ກາຍ​ເປັນ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ງ່າຍດາຍ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ທົ່ວ​ໂລກຄື ສ້າງ​ກົນ​ໄກ​ພາສີ​ຢ່າງ​ໝັ້ນຄົງ; ສ້າງ​ສະພາບ​ແວດ​ລ້ອມ ​ແລະ ນະ​ໂຍບາຍ​ລົງທຶນ​ຍຸຕິ​ທຳ, ກະຈາ​ງ​ແຈ້ງ… ທ່ານ​ນາຍົກລັດຖະມົນຕີ Modi ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ, ວິ​ສາ​ຫະກິດ ​ແລະ ວົງ​ການ​ນັກ​ລົງທຶນ​ເຂົ້າ​ຮ່ວມ​ວິວັດທະນາ​ການ​ພັດທະນາ​ຂອງ​ອິນ​ເດຍ ຕາມ​ຂໍ້​ລິ​ເລີ່​ມ “Make in ອິນ​ເດຍ”, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, New Delhi ສະໜັບສະໜູນ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ວຍ​ການ​ເຄື່ອນ​ໄຫວ​ລະອຽດ, ດ້ວຍ​ຄາດໝາຍສຸດ​ທ້າຍ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດ​ໃຫ້​ທຸກ​ຄົນ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ​ກຳນົດ​ແຜນການ​ພັດທະ​ນາ​ພາຍຫຼັງ​ປີ 2015 ດ້ວຍ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ. ທ່ານ​ກໍ່​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ຢູ່​ອິນ​ເດຍ ນຳ​ໜ້າ​ໃນ​ການ​ຫັນປ່ຽນ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ພັດທະນາ​ຢ່າງ​ຮ້ອບດ້ານ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ