ອັດກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII
(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັດວ່າກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ປະຕິບັດສຳເລັດບັນດາເນື້ອໃນ, ແຜນການທີ່ໄດ້ວາງອອກ.
ອັດກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII |
ຕອນບ່າຍວັນທີ 12 ເມສາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 3 ວັນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັດວ່າກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ສຳເລັດບັນດາເນື້ອໃນ, ແຜນການທີ່ໄດ້ວາງອອກ. ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ກົມການເມືອງຈະປະກາດມະຕິກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການການພັດທະນາໃນຍຸກສະໄໝໃໝ່ໂດຍໄວ ແລະ ມະຕິກ່ຽວກັບການພັດທະນາເສດຖະກິດເອກະຊົນເພື່ອສ້າງກຳລັງໜູນໃຫ້ໃໝ່…