ອັດກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດຊຸດທີ 13

ອັດກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
(ພາບປະກອບ)
(vovworld) - ພາຍຫຼັງ​​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ຕອນ​ບ່າຍ​ວັນ​ທີ 26/02, ​ໂດຍພາຍ​ໃຕ້​ການ​​ເປັນ​ປະທານຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ກອງ​ປະຊຸມ​ຄັ້ງ​ທີ 15 ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ອັດ​ລົງ​. ກ່ອນ​ທີ່​ອັດ​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການຈັດ​ແບ່ງ​ທຶນ​ພັນທະບັດ​ລັດຖະບານ​ໄລຍະ 2012 – 2015 ​ແລະ ປີ 2012 ​ໃຫ້​ບາງ​ໂຄງການ​ສຳຄັນ, ຮີບ​ດ່ວນ​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ສາທາລະນະ​ສຸກ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ. ມີຫຼາຍ​ຄຳ​ເຫັນ​​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ຖື​ວ່າ ຕ້ອງ​ຊັ່ງຊາ, ຈັດ​ແບ່ງ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ເໝາະສົມ, ຕາມ​ທິດ​ໂຄງການ​ໃດ​ທີ່​ຮີບ​ດ່ວນ​ກວ່າ​ຈະ​ໄດ້​ຮັບ​ບຸລິມະ​ສິດ​ລົງທຶນ​ກ່ອນ.

​ແລະ​​ໃນຕອນ​ເຊົ້າ​ວັນດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​​ໄດ້ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍສະບັບ​ປັບ​ປຸ່ງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດ​ຕາຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ພັກອາ​ໄສ. ມີ​ຫຼາຍ​ຄຳ​ເຫັນ​ໄດ້​ເຫັນ​ດີ​ຄວາມ​ຄຳ​ເປັນ​ຕ້ອງ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ມາດຕາ​ຂອງ​ກົດໝາຍ​ດັ່ງກ່າວ, ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ການ​ສວຍໃຊ້​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍພັກອາ​ໄສ ​ເພື່ອ​ຂື້ນ​ທະບຽນ​​ອາສຳມະ​ໂນ​ຄົວ​ຢູ່​ບັນດາ​ນະຄອນຂຶ້ນ​ກັບ​ສູນ​ກາງ, ກໍ​​ໃຫ້​​ເກີດ​ຄວາມ​ສັບສົນ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ