ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ - ảnh 1
ກອງປະ​ຊຸມ​ຄັ້ງ​ທີ 36 ໄດ້​ອັດ​ລົງ​ແລ້ວ, ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 7 ວັນ


(vovworld)-ຕອນ​ບ່າຍ​ວັນ​ທີ 16/3, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ອັດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 36 ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 7 ວັນ. ກ່າວ​ຄຳ​ເຫັນ​ສະ​ຫລຸບກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫນີ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ອົງ​ການ​ກ່ຽວ​ຂ້ອງ ຄວນ​ຕັ້ງ​ຫນ້າ, ຮີບ​ເຮັ່ງ​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ສຳ​ເລັດ​ຜົນ. ດ້ວຍ​ບັນ​ດາ​ຮ່າງ​ກົດ​ໝາຍ​ທີ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ​ອົງ​ການ​ຮຽບ​ຮຽງ ແລະ ອົງ​ການກວດ​ກາ​ຄວນ​ປະ​ສານ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ ເພື່ອ​ສ້າງ​ໃຫ້​ສົມ​ບູນ​ແບບ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ກ່ອນ​ທີ່​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຄັ້ງ​ຈະ​ມາ​ເຖິງ.

ກ່ອນ​ໜ້ານັ້ນ​ຄື​ໃນ ຕອນ​ເຊົ້າ​ວັນ​ທີ 16/3, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ໃນ​ອາ​ຍຸ​ການ​ຂອງ​ສະ​​ພາແຫ່ງ​ຊາດ​ຊຸດ​ທີ 13, ປີ 2015 ແລະ ຮ່າງ​ ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2016. ຄາດ​ວ່າ​ໃນ​ປີ 2015,ໃນໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​, ສະ​ພາ​ແຫ່ງ​ຊາດ​ຈະ​ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ 28 ສະ​ບັບ ແລະ ປະ​ກອບ​ຄຳ​ເຫັນ​ໃສ່ 26 ສະ​ບັບ. ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2016 ລວມ​ມີຮ່າງ​ກົດ​ໝາຍ 31 ສະ​ບັບ, ຮ່າງ​ລັດ​ຖະ​ບັນ​ຍັດ 2 ສະ​ບັບ, ຮ່າງ​ມະ​ຕິ​ສະ​ບັບ​ໜຶ່ງ​ຂອງ​ສະ​ພາ​ແຫ່ງ​ຊາດ.

    ແລະ ກໍ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຍັງ​ໃຫ້​ຄຳ​ເຫັນ​ແກ່​ການ​ກະ​ກຽ​ມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ແຫ່ງ​ຊາດ​ຊຸດ​ທີ 13, ຊຶ່ງຄາດ​ວ່າຈະ​ດຳ​ເນີນ​ແຕ່​ວັນ​ທີ 20/5 ຫາ​ວັນ​ທີ 25/6/2015. ສະ​​ພາແຫ່ງ​ຊາດ​ຈະ​ຮັບ​ຮອງ​ເອົາ ຮ່າງ​ກົດ​ໝາຍ 11 ສະ​ບັບ, ຮ່າງ​ມະ​ຕິ​ສະ​ບັບ​ໜຶ່ງ​ ແລ​ະ ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດ​ໝາຍ 15 ສະ​ບັບ.

 

ຂ່າວ/ບົດ​ອື່ນ