ອັດກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12

(VOVWORLD) - ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ໃນປີ 2018 ແລະ ເຄິ່ງອາຍຸການຊຸດທີ 12 ນີ້
ອັດກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 - ảnh 1 ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12

ຕອນບ່າຍວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອັດລົງພາຍຫຼັງດຳເນີນການເຮັດວຽກມາເປັນເວລາ 5 ວັນຢ່າງຮີບດ່ວນ, ເຂັ້ມງວດ, ປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບ, ປະຕິບັດສຳເລັດທຸກໆເນື້ອໃນທີ່ໄດ້ວາງອອກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ໃນປີ 2018 ແລະ ເຄິ່ງອາຍຸການຊຸດທີ 12 ນີ້, ພາລະກິດແຫ່ງການພັດທະນາຂອງປະເທດຊາດມີບັນດາບາດກ້າວຫັນປ່ຽນຕັ້ງໜ້າ, ຮອບດ້ານໃນຂົງເຂດຕ່າງໆ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃສ່ໃຈວ່າ: ໃນສະເພາະໜ້າຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ມີວຽກງານທັງໃຫຍ່ ແລະ ຍາກຍັງຕ້ອງປະຕິບັດ ແລະ ປະຕິບັດໃຫ້ດີກ່ວາອີກຈຶ່ງປະຕິບັດມະຕິຄັ້ງທີ 12 ຂອງພັກ ຢ່າງມີໄຊໄດ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

“ໃນປີ 2019, ສືບຕໍ່ປັບປຸງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງກຳລັງຄວາມສາມາດຮັບມືກັບບັນດາການຜັນປ່ຽນທີ່ຜິດປົກກະຕິຂອງຕະຫຼາດ, ພິເສດແມ່ນຕະຫຼາດໂລກ. ຍູ້ແຮງການປະຕິຮູບການບໍລິຫານ, ປັບປຸງຕຸລາການ, ສ້າງກົງຈັກໃຫ້ກະທັດລັດ, ຮັບປະກັນການເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ. ເອົາໃຈໃສ່ພັດທະນາວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ. ຮັບປະກັນຄວາມໝັ້ນຄົງ, ຍົກສູງສະຫວັດດີການສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ…”

ອັດກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 

ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045 ເພື່ອນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງໃນຂົງເຂດທະເລ, ອີງໃສ່ທະເລ ແລະ ມຸ່ງໄປເຖິງທະເລ.

ສຳລັບ ວຽກງານການກໍ່ສ້າງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ພາຍຫຼັງພິຈາລະນາບັນດາຂໍ້ສະເໜີຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງເຫັນດີເປັນຢ່າງສູງເລື່ອງປະກາດໃຊ້ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບຕ້ອງເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາ, ກຳມະການຄະນະບໍລິຫານງານສູນກາງພັກ. ຄະນະບໍລິຫານງານສູນກາງພັກ ໄດ້ພິຈາລະນາ ແລະ ຕົກລົງສະເໜີຕົວທ່ານເລຂາທິການໃຫຍ່ ຕໍ່ສະພາແຫ່ງຊາດ ປ່ອນບັດເລືອກຕັ້ງເປັນປະທານປະເທດຊຸດທີ 14; ເລືອກຕັ້ງກຳມະການຄະນະກຳມະການກວດກາສູນກາງຊຸດທີ 12 ຕື່ມອີກ 2 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ