ອັດກອງປະຊຸມຄັ້ງທີ42ຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ42ຄະນະປະຈຳສະພາແຫ່ງຊາດ - ảnh 1
(ອັດກອງປະຊຸມຄັ້ງທີ42ຄະນະປະຈຳສະພາແຫ່ງຊາດ)

(vovworld) – ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາ 5 ວັນ, ຕອນ​ບ່າຍ​ວັນ​ທີ 16/10, ພາຍ​ໃຕ​​້ການ​​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ອັດ​ກອງ​ປະຊຸມ​ຄັ້ງ​ທີ 42. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ສະ​ເໜີ​ໃຫ້​ບັນດາ​ອົງການ​ຮຽບຮຽງ, ອົງການ​ກວດກາ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ, ຮັບ​ເອົາ​ບັນດາ​ຄຳ​ເຫັນ​ປຶກສາ​ຫາລື​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ສ້າງ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ໃຫ້​ສົມບຸບ​ແບບ ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ ທີ່​ກອງ​ປະຊຸມຄັ້ງ​ທີ 10. ກ່ຽວ​ຂ້ອງ​ເຖິງ​ບັນດາ​ບົດລາຍງານ​ເສດຖະກິດ​ສັງຄົມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​​ເອົາ​ມະຕິ​ກ່ຽວ​ກັບ​ການ​ຕີ​ລາຄາ​ເສດຖະກິດ​ສັງຄົມ, ງົບປະມານ​ຂອງ​ລັດ​ປີ 2015 ​ແລະ ຄາດໝາຍ, ຈຸດໝາຍ, ມາດ​ຕະການ​ແກ້​ໄຂ​ໃຫ້​ປີ 2016, ພ້ອມ​ທັງ​ປຶກສາ​ຫາ​ລື​ກ່ຽວ​ກັບ​​ແຜນການ 5 ປີ.

ຂ່າວ/ບົດ​ອື່ນ