ອັດກອງປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ, ກ່າວ​ປາ​ໄສ​
ອັດ​ກ​ອງ​ປ​ະ​ຊຸມ
(ພາບ​ປະ​ກອບ)

Vovworld - ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ, ຕອນ​ເຊົ້າ​ວັນ​ທີ 16/1, ຢູ່​ຮ​່າ​ໂນ້ຍ, ພາຍ​ໃ​ຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ກອງ​ປະ​ຊຸມ​ຄັ້ງ​ທີ 44 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ຖືກ​ອັດ​ລົງ.

        ກ່ອນ​ໜ້ານັ້ນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກຳ​ນົດ​ລະ​ອຽດ, ແນະ​ນຳ​ການປະ​ຕິ​ບັດ​ບາງ​ຂໍ້​ມາ​ດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສ​ະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ທີ 16/1, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອ​ບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ລະ​ບຽບ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຕົວ​ແທນ​ປະ​ຊາ​ຊົນ ແລະ ຮ່າງ​ມະ​ຕິ​ກຳ​ນົດ​ລະ​ບອບ​ສຳ​ລັບ​​ພະ​ນັກ​ງານ, ລັດ​ຖະ​ກອນ​ຂອງ​ອົງ​ການກວດ​ຊອບ​ແຫ່ງ​ລັດ.

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ສະ​ເໜີ​ວ່າ: ພາຍຫຼັງ​ກອງ​ປະ​ຊຸມ​ຄັ້ງນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ອົງ​ການ​ກ່ຽ​ວ​ຂ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່​ວຽກ​ງານ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກໍ​​ຕັກ​ເຕືອນ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຕ້ອງ​ຕັ້ງ​ໜ້າ​ກະ​ກຽມ​ເນື້ອ​ໃນ, ພິ​ເສດ​ແມ່ນ​ກະ​ກຽມ​ສະ​ຫລຸບ​ອາ​ຍຸ​ການ​ຊຸດ​ທີ 13 ຂອງ​ສະ​ພາ​ແຫ່ງ​ຊາດ. ບົນ​ພື້ນ​ຖານນັ້ນ, ຖອດ​ຖອນ​ບົດ​ຮຽນ​ເພື່ອ​ໃຫ້​ອາຍ​ຸ​ການ​ຕໍ່​ໄປ​ຂອງ​ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ໜ້າ​ທີ່ຂອງ​ຕົນ​ໃຫ້​ດີ​ກ່​ວາ​ອີກ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົ​ນ​ທົ່ວ​ປະ​ເທດ.

 


ຂ່າວ/ບົດ​ອື່ນ