ອັດກອງປະຊຸມຄັ້ງທຳອິດຄະນະກຳມະການປະສົມກ່ຽວກັບການຮ່ວມມື2ຝ່າຍຫວຽດນາມ-ໄທ

ອັດກອງປະຊຸມຄັ້ງທຳອິດຄະນະກຳມະການປະສົມກ່ຽວກັບການຮ່ວມມື2ຝ່າຍຫວຽດນາມ-ໄທ - ảnh 1
ການປະຊຸມຂ່າວພາຍຫຼັງກອງປະຊຸມ

(vovworld) –  ພາຍຫຼັງ​ໂຮມ​ປະຊຸມ​ມາ​ເປັນ​ເວລາ 2 ວັນ, ຕອນ​ຄຳ່​ວັນ​ທີ 5/11, ກອງ​ປະຊຸມທຳ​ອິດ, ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ​ໄທ ຖືກ​ອັດ​ລົງ​ຢູ່​ນະຄອນຫຼວງ ບັງ​ກອກ, ປະ​ເທດ​ໄທ. ທີ່​ກອງ​ປະຊຸມ, 2 ຝ່າຍ​ສຸ​ມ​ໃສ່​ປຶກສາ​ຫາລື​ສະພາບ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ການ​ພົວພັນ​ແລກ​ປ່ຽນ​ປະຊາຊົນ 2 ປະ​ເທດ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ຢືນຢັນ​ຖື​ເປັນ​ສຳຄັນ​ການປັບ​ປຸງ ​ແລະ ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່​​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 6/2013. 2 ຝ່າຍ​ແລກປ່ຽນ​ກ່ຽວ​ກັບ​ລາຍການ​ເຄື່ອນ​ໄຫວ ຫວຽດນາມ - ​ໄທ ​ໄລຍະ 2014 – 2018 ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ກອງ​ປະຊຸມ​ຄັ້ງທີ 3 ຄະນະ​ລັດຖະບານ​ຮ່ວມ ຫວຽດນາມ - ​ໄທ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ບັນລຸ​ຈຸດໝາຍບັນລຸວົງ​ເງິນ​ການ​ຄ້າ 2 ຝ່າຍ​​ໃຫ້​ໄດ້ 15 ຕື້ USD ໃນ​ປີ 2020. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາ​ມໝັ້ນຄົງ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​​ໃນການ​ເດີນທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​ບັນດາ​ຫຼັກການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິ​ພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຢືນຢັນ​ສົມທົບ​ກັນ​ຊຸກຍູ້​ເພື່ອ​ບັນລຸ​ໄດ້​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ທີ່​ກອງ​ປະຊຸມ, ຫວຽດນາມ ​- ​ໄທ​ ​ໄດ້​ຮັບຮອງ​ເອົາ​ບົດ​ບັນທຶກ​ຂໍ້​ຕົກລົງ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຈັດ​ຕັ້ງກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ຢູ່ ຫວຽດນາມ ​ໃນ​ໄລຍະ​ເໝາະ​ສົມ​​ປີ 2014.

        ກ່ອນ​ໜ້າ​ນັ້ນ, ຕອນບ່າຍ​ວັນທີ 5/11, ​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິງ​ມິ​ງ ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງຣັກ ​ຊິນ​ນະ​ວັດ ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ ຫວຽດນາມ - ​ໄທ ​ແລະ ຄວາມ​ໝາຍ​ຂອງ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ 1 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ​ໄທ, ຖື​ນີ້​ແມ່ນ​ກົນ​​ໄກ​ສຳ​ຄັນ​ເພື່ອ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​.

ຂ່າວ/ບົດ​ອື່ນ