ອັດກອງປະຊຸມພາກພື້ນອາຊີ-ປາຊີຟິກສາມັກຄີກັບກູບາຄັ້ງທີ7

ອັດກອງປະຊຸມພາກພື້ນອາຊີ-ປາຊີຟິກສາມັກຄີກັບກູບາຄັ້ງທີ7 - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີອັດກອງປະຊຸມພາກພື້ນ
 ອາຊີ - ປາຊີຟິກ ສາມັກຄີກັບ ກູບາ ຄັ້ງທີ7
(ພາບ: TTXVN)

(vovworld) – ພາຍຫລັງ​ ເຮັດ​ວຽກມາ​ເປັນ​ເວລາ 2 ມື້,  ວັນ​ທີ 9/9 ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ພາກ​ພື້ນ ອາຊີ - ປາຊີ​ຟິກ ສາມັກຄີ​ກັບ ກູ​ບາ ຄັ້ງ​ທີ 7 ​ໄດ້​ອັດ​ລົງ ​ແລະ ອອກ​ຖະ​ແຫຼ​ງການ ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະຊຸມ, ທ່ານ ຫວູຊວນ​ຮົ່ງ ປະທານ​ສະຫະ​ພັນ​ບັນດາ​ອົງການມິດຕະພາບ ຫວຽດນາມ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ນີ້​ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ສາມັກຄີ​ກັບ ກູ​ບາ ​ໃນ​ສະພາບ​ການ​ໃໝ່. ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 2 ມື້, ຜູ້​ແທນ 220 ທ່ານທີ່​ມາຈາກ 18 ປະ​ເທດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໄດ້​ແບ່ງປັນ​ບັນດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ, ຢືນຢັນ​ນ້ຳ​ໃຈ​ສາມັກຄີ​ກັບ ກູ​ບາ, ສະ​ເໜີ​ຂໍ້​ລິ​ເລີ່​ມຫລາຍ​ຢ່າງ ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສື່​ສານ, ສືບ​ຕໍ່​ພັດທະນາ​ຂະບ​ວນການ​ສາມັກ​ຄີ, ມິດ​ຕະພາບ​ກັບ ກູ​ບາ. ທ່ານ ຫວູຊວນ​ຮົ່ງ ປະທານ​ສະຫະ​ພັນ​ບັນດາ​ອົງການມິດຕະພາບ ຫວຽດນາມ ກໍ​ໃຫ້​ຮູ້​ວ່າ: ຖະ​ແຫຼ​ງການ ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ວັນ​ທີ 9/9/2015 ສະ​ແດງ​ໃຫ້​ເຫັນ​ຄວາມ​ຈົ່ງ​ຮັກ​ພັກດີ​ກັບ​ມູນ​ເຊື້ອ, ​ເຈດ​ຈຳນົງ ​ແລະ ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຮັກສາ ​ແລະ ພັດທະນາຂະ​ບວນການ​ສາມັກຄີ​ກັບ ກູ​ບາ ຢູ່​ພາກ​ພື້ນ​ກໍ​ຄືຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ