ອັດກອງປະຊຸມລັດຖະມົນຕີ ASEM ກ່ຽວກັບແຮງງານ - ວຽກເຮັດງານທຳຄັ້ງທີ 4

ອັດກອງປະຊຸມລັດຖະມົນຕີ ASEM ກ່ຽວກັບແຮງງານ - ວຽກເຮັດງານທຳຄັ້ງທີ 4 - ảnh 1
ກອງ​ປະຊຸມ​ລັດຖະມົນຕີ ASEM ກ່ຽວ​ກັບ​
ແຮງ​ງານ - ​ວຽກ​ເຮັດ​ງານ​ທຳຄັ້ງ​ທີ 4
(ພາບ: molisa.gov.vn)


(vovworld) -     ​ໃນ​ວາລະ​ອັດ​ກອງ​ປະຊຸມ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 25/10 ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ລັດຖະມົນຕີ ASEM ກ່ຽວ​ກັບ​ແຮງ​ງານ - ​ວຽກ​ເຮັດ​ງານ​ທຳຄັ້ງ​ທີ 4 ​ໄດ້​ຮັບຮອງ​ເອົາຖະ​ແຫຼ​ງການຮ່າ​ໂນ້ຍ, ​ໃນ​ນັ້ນ​ໄດ້​ຢືນຢັນ​ຄືນ​ໃໝ່​ ​ແລະ ​ເນັ້ນ​ໜັກ​​ບັນດາ​ຄຳ​ໝັ້ນສັນຍາ​ດ້ານ​ການ​ເມືອງ​ຂອງບັນດາ​ລັດຖະມົນຕີ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ຮອງ​ເອົາ, ປະຕິບັດ​ບັນດາ​ນະ​ໂຍບາຍ​ເພື່ອ​ຊຸກຍູ້ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ໃຫ້​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ໃນ​ວິວັດ​ການ​ຟື້ນ​ຟູ​ເສດຖະກິດ;  ປະຕິບັດ​ບັນ​ດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ​ເໝາະ​ສົມ​ກັບການ​ໃຫ້​ບຸລິມະສິດ, ​ເງື່ອນ​ໄຂ​ຂອງ​ແຕ່ລະ​ປະ​ເທດ; ​ເພີ່ມ​ທະວີ​ວຽກ​ງານຮັບປະກັນ​ຄວາມປອດ​ໄຟ ​ແລະອະນາ​​ໄມ​ໃນ​ການ​ອອກ​ແຮງ​ງານ, ຍົກ​ສູງ​ບົດບາດ​ໜ້າ​ທີ່​​ສັງຄົມ​ຂອງ​ວິ​ສາ​ຫະກິດ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ASEM ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື​ເຊິ່ງ​ຄວນ​ສືບ​ຕໍ່​ຂຸດ​ຄົ້ນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຈລະຈາ, ຮ່ວມ​ມື​ຢ່າງຮອບດ້ານລະຫວ່າງ​ບັນດາ​ອົງການ​ລັດຖະບານ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສັງຄົມ​ໃນ​ວິວັດ​ການ​ກໍ່ສ້າງ, ປະຕິບັດ​ບັດ​ດາ​ນະ​ໂຍບາຍ, ​ໂຄງການ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ຮັບປະກັນ​ຊີວິດ​ສັງຄົມ, ຫຼັກ​ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ ​ເພື່ອ​ຈຸດໝາຍ​ຮັບປະກັນ​ການ​ພັດທະ​ນາ​ແບບ​ຍືນ​ຍົງ ​ແລະ ຮອບດ້ານ.

ຂ່າວ/ບົດ​ອື່ນ