(vovworld) -ວັນທີ 31/7, ກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013 ສິ້ນສຸດລົງພາຍຫຼັງຈັດກອງປະຊຸມ ແລະ ປຶກສາຫາລື ມາເປັນເວລາ 3 ວັນ. ໃນວາລະປະຊຸມສຸດທ້າຍວັນທີ 31/7, ບັນດາຜູ້ແທນໄດ້ແບ່ງປັນບັນດາບົດຮຽນໃນການຈັດລາຍການສົນທະນາໃນການກະຈາຍສຽງເວົ້າສະເພາະ ແລະ ຕຳລາສ້າງຄວາມດຶງດູດໃຫ້ບັນດາລາຍການກະຈາຍສຽງເວົ້າລວມສຳເລັດຜົນ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013 (Radio Asia 2013), ທ່ານ ສາດສະດາຈານ Martin Hadlow, ເລຂາທິການໃຫຍ່ສູນຂໍ້ມູນສື່ມວນຊົນ ແລະ ສື່ສານ ອາຊີ (AMIC) ໄດ້ສະຫລຸບ 9 ວາລະປະຊຸມໃນ 3 ວັນພ້ອມກັບຫຼາຍກອງປະຊຸມສຳມະນາພາຍນອກດ້ວຍບັນດາຫົວຂໍ້ທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ທີ່ໄດ້ຮັບຄວາມເອົາໃຈໃສ່ໃນປະຈຸບັນ. ທ່ານ Hadlow ຂໍຂອບອົກຂອບໃຈທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013, ຖືວ່າ ສິ່ງດັ່ງກ່າວສະແດງຄວາມເອົາໃຈໃສ່ຂອງລັດຖະບານ ຫວຽດນາມ ເຖິງຂະແໜງກະຈາຍສຽງເວົ້າສະເພາະ ແລະ ສື່ສານເວົ້າລວມ. ທ່ານ Martin Hadlow ກໍ່ຕີລາຄາສູງການກະກຽມຢ່າງລອບຄອບຖີ່ຖ້ວນຂອງ ວິທະຍຸກະຈາຍສຽງ ຫວຽດນາມ, ປະກອບສ່ວນສ້າງຜົນສຳເລັດຂອງກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013. ຜ່ານກອງປະຊຸມ, ບັນດາເພື່ອນມິດສາກົນບໍ່ພຽງແຕ່ເຂົ້າໃຈຕື່ມກ່ຽວກັບຂະແໜງກະຈາຍສຽງ, ສື່ສານຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ອີດກ້ວຍ. ກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2014 ຈະຖືກຈັດຂຶ້ນຢູ່ນະຄອນ ໂກລົມໂບ ຂອງ ສີລັງກາ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 31/07, ກອງປະຊຸມວິທະຍຸກະຈາຍສຽງອາຊີປີ 2013 ສືບຕໍ່ວາລະປຶກສາຫາລືກ່ຽວກັບບົດບາດຂອງບັນດາພົນລະເມືອງໃນການສະໜອງແຫຼ່ງຂ່າວໃຫ້ແກ່ບັນດາວິທະຍຸກະຈາຍສຽງ ແລະ ມາດຕະການລະອຽດຕ່າງໆ ເພື່ອສາມາດນຳໃຊ້ຖັນແຖວນັກຂ່າວພົນລະເມືອງນີ້ ເພື່ອສ້າງທ່າແກ້ງແຍ່ງໃຫ້ແກ່ວິທະຍຸກະຈາຍສຽງແຕ່າງໆ. ກອງປະຊຸມກໍ່ສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍຂອງໂຄສະນາທາງວິທະຍຸ ແນໃສ່ແກ້ງແຍ່ງກັບການພັດທະນາຂອງເຄືອຂ່າຍອີນເຕີແນດ. ທ່ານນາງ Rachel Khan, ຜູ້ອຳນວຍການຈັດລາຍການສູນຂໍ້ມູນຂ່າວ, ສື່ມວນຊົນ ແລະ ສື່ສານອາຊີ (AMIC) ເນັ້ນໜັກວ່າ: ບັນດາວິທະຍຸກະຈາຍສຽງ ຕ້ອງເປັນເຈົ້າການຊອກຫາບັນດານັກຂ່າວພົນລະເມືອງທີ່ມີຄວາມສາມາດບົມຊ້ອນ ແລະ ໜ້າໄວ້ເນື້ອເຊື່ອໃຈ. ທ່ານນາງກ່າວວ່າ.
“ພວກເຮົາບໍ່ສາມາດຖືຕົນເອງແມ່ນແຫຼ່ງຂ່າວໜຶ່ງດຽວໃຫ້ຜູ້ຟັງ. ຫາກຜູ້ຟັງຂອງພວກເຮົາ ອາດຈະມີໜ້າຢູ່ສະຖານທີ່ເກີດເຫດການ ແລະ ເຂົາເຈົ້າບໍ່ລໍຖ້າຮັບຟັງຂ່າວກ່ຽວກັບສິ່ງທີ່ເກີດຂຶ້ນຕໍ່ໜ້າເຂົາເຈົ້າຜ່ານວິທະຍຸ. ເຂົາເຈົ້າຈະນຳເຂົ້າແວບໄຊສ່ວນຕົວຂອງຕົນໃນເຄືອຂ່າຍສັງຄົມ. ຄືແນວນັ້ນ ເຂົາເຈົ້າເປັນຜູ້ສະໜອງຂ່າວ. ພວກເຮົາ, ດ້ວຍຖານະແມ່ນນັກຂ່າວ, ຕ້ອງນຳໃຊ້ແຫຼ່ງຂ່າວຈາກບັນດານັກຂ່າວພົນລະເມືອງດັ່ງກ່າວ”.
ນອກຈາກການປຶກສາຫາລືບັນດາມາດຕະການເພື່ອເຮັດໃຫ້ລາຍການອຸດົມສົມບຸນຂຶ້ນເຕີ່ມ, ບັນດາຜູ້ແທນກໍຊີ້ໃຫ້ເຫັນກາລະໂອກາດ ແລະ ສິ່ງທ້າທາຍໃນການດຶງດູດການໂຄສະນາ ທາງວິທະຍຸກະຈາຍສຽງໃນສະພາບແກ້ງແຍ່ງຄືໃນປະຈຸບັນ.