ອັດ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 15

(VOVWORLD) - ວັນທີ 26 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລ ຕາເວັນອອກໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ ສອງວັນ.

ອັດ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 15 - ảnh 1ພິທີ ອັດກອງປະຊຸມວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 15 (ພາບ:  dangcongsan.vn)

ສິ້ນສຸດບັນດາວາລະປຶກສາຫາລື ແລະ ບົດກ່າວຄຳເຫັນ, ບັນດານັກປະຖະກະຖາທີ່ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ສະເໜີການຫັນເວທີປາໄສຕຳຫຼວດທະເລ ຂອງ ອາຊຽນ ເປັນລະບອບລະບຽບການ. ບັນດານັກປະຖະກະຖາ ກໍ່ຖືວ່າ ການຫັນການຂຸດຄົ້ນ, ຜະລິດ ແລະ ນຳໃຊ້ພະລັງງານ, ຊັບພະຍາກອນທາງທະເລເປັນສີຂຽວ ແລະ ຍືນຍົງ ແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປິ້ນໄດ້. ຜູ້ຕາງໜ້າໄວໜຸ່ມມາຈາກ ບັນດາປະເທດ ອາຊຽນ ກໍ່ໄດ້ເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນດາຄວາມວິຕົກກັງວົນຂອງລຸ້ນໜຸ່ມໃນບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ພ້ອມທັງແບ່ງປັນບາງແນວຄວາມຄິດ ຂໍ້ສະເໜີແນະ ເພື່ອໃຫ້ທະເລຕາເວັນອອກກາຍເປັນແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ວັດທະນາຖາວອນ.

ເຂົ້າຮ່ວມກອງປະຊຸມສຳມະນາແບບທາງໄກ, ທ່ານນາງ Paola Pampaloni ຮັກສາການຫົວໜ້າກົມອາຊີ - ປາຊີຟິກ, ອົງການການຕ່າງປະເທດ ສະຫະພາບເອີລົບ (EEAS) ຢັ້ງຢືນວ່າ EU ຖືເປັນສຳຄັນລັດທິຫຼາຍຝ່າຍ, ທ່ານນາງໃຫ້ຮູ້ວ່າ EU ມີຜົນປະໂຫຍດດ້ານຍຸດທະສາດ ແລະ ເສດຖະກິດເປັນຕາຍ ທີ່ຕິດພັນກັບຄວາມໝັ້ນຄົງຢູ່ທະເລ ແລະ ຄວາມວັດທະນາຖາວອນຂອງບັນດາປະເທດ ແຄມທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ