ອັດກອງປະຊຸມສຸດຍອດ G – 20: ໃຫ້ບຸລິມະສິດ ເຕີບໂຕເສດຖະກິດ, ສ້າງວຽກເຮັດງານທຳ

ອັດກອງປະຊຸມສຸດຍອດ  G – 20: ໃຫ້ບຸລິມະສິດ ເຕີບໂຕເສດຖະກິດ, ສ້າງວຽກເຮັດງານທຳ - ảnh 1
ກອງ​ປະຊຸມ​ສຸດ​ຍອດ G – 20
( ພາບ: AFP )


( vovworld ) -   ພາຍຫຼັງ​ສອງ​ມື້​ແຫ່ງ​ການ​ເຮັດ​ວຽກ, ຕອນ​ບ່າຍ​ວັນ​ທີ 19/6, ທີ່​ຫໍ​ປະ​ຊຸມ San Cabo, ຢູ່​ນະຄອນ Los Cabos, ພາກ​ເໜືອ​ Mexico, ກອງ​ປະຊຸມ​ສຸດ​ຍອດກຸ່ມ​ບັນດາພື້ນຖານ​​ເສດຖະກິດ​ພັດທະນາ ​ແລະ ຫາກ​ໍພົ້ນ​ເດັນ​ຂຶ້ນ ( G – 20 ) ຄັ້ງ​ທີ 7 ​ໄດ້​ອັດ​ລົງ​ດ້ວຍ​ການ​ຮັບ​ຮອງ​ເອົາ​ຖະ​ແຫຼ​ງການ Los Cabos ​ໂດຍ​ເນັ້ນ​ໜັກ​ໃຫ້​ບຸລິມະສິດ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ. ​ໃນ​ຖະ​ແຫຼ​ງການ, ບັນດາ​ການ​ນຳ G – 20 ​ໄດ້​ເຫັນ​ດີ​ທີ່​ຖື​ວ່າ ຊຸກຍູ້​ເສດຖະກິດ​ເຕີບ​ໂຕ​ທົ່ວ​ໂລກ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ ​ໂດຍ​ຜ່ານ​ຫຼາຍ​ມາດ​ຕະການ​ແມ່ນ​ບຸລິ​ມະ​ສິດ​ອັນ​ເປັນ​ພື້ນຖານ​ໃນ​ການ​ຕ້ານ​ການ​ກະທົບ​ຂອງ​ວິ​ກິດ​ການ​ໃນ​ປະຈຸ​ບັນ​ຢູ່​ເອີ​ລົບ. ບັນດາ​ການ​ນຳ​ກໍ​ສະ​ແດງ​ຄວາມ​ສະໜັບສະໜູນ​ພິ​ເສດ​ທີ່​ມີ​ຕໍ່​ການ​ນຳ​ໃຊ້​ບ້ວງ​ລາຍ​ຈ່າຍກ້ອນ​ໃຫຍ່​ກວ່າ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ​ເນັ້ນ​ໜັກ​ວ່າ ບັນດາ​ປະ​ເທດ​ທີ່​ມີ​ດ້ານ​ການ​ເງິນ​ຢ່າງ​ພຽງພໍ ພ້ອມ​ແລ້ວ​ທີ່​ຈະ​​ໃຊ້ຈ່າຍ​ໃຫ້​ແກ່​ຈຸດໝາຍ​ດັ່ງ​ກ່າວ. ທີ່​ການ​ປະ​ຊຸມ​ຂ່າວ​ຫຼັງ​ຈາກ​ນັ້ນ, ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Felipe Calderon ຢັ້ງຢືນ​ວ່າ ກອງ​ປະຊຸມ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງຈົບງາມ ດ້ວຍ​ບັນດາ​ການ​ກະທຳ​ອັນ​ລະອຽດ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ວິ​ກິດ​ການ​ໜິ້ສິນ​ຂອງ​ເອີ​ລົບ ​ແລະ ​ເລື່ອງ​ສະໜອງ​ທຶນ​ໃຫ້​ກອງ​ທຶນ​ເງິນຕາ​ສາກົນ (IMF) ບັນລຸ​ລະດັບ​ສູງ​ສຸດ​ນັບ​ແຕ່​ກອນ​ມາ​ຮອດ​ປະຈຸ​ບັນ​ແມ່ນ 456 ຕື້ USD; ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ​ແບບ​ຍືນ​ຍົງ, ​ເພີ່ມ​ເງິນ​ໃຫ້​ແກ່ IMF, ຕ້ານ​ການ​ປົກ​ປ້ອງ​ດ້ານການ​ຄ້າທີ່ພວມ​ມີ​ທ່າອ່ຽງ​ເພີ່ມ​ຂຶ້ນ​ຢູ່​ຫຼາຍ​ພາກ​ພື້ນ, ​ເອົາ​ໃຈ​ໃສ່​ເປັນ​ພິ​​ເສດ​ເຖິງ​ການ​ແກ້​ໄຂ​ສະພາບ​ອຶດຫິວ​ທຸກ​ຍາກ ​ແລະ ຄ້ຳ​ປະກັນດ້ານ​ສະບຽງ​ອາຫານ.

ຂ່າວ/ບົດ​ອື່ນ