ອັດກອງປະຊຸມສຸດຍອດ ອາຊຽນຄັ້ງທີ25

ອັດກອງປະຊຸມສຸດຍອດ ອາຊຽນຄັ້ງທີ25 - ảnh 1
ພິ​ທີ​ອັ​ດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 25 ຈັດ​ຕັ້ງ​ໃນ​ວັນ​ທີ 13/11

 (vovworld) ​​- ຕອນ​ບ່າຍ​ວັນ​ທີ 13/11, ທີ່​ສູນ​ກອງ​ປະຊຸມ​ສາກົນ​ມຽນມາ ​ໄດ້​ດຳ​ເນີນ​ພິທີ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 25 ​ແລະ ບັນດາ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ອາ​ຊຽນ ກັບ​ຄູ່​ຮ່ວມ​ມື. ​ໃນ​ຖະ​ແໜງ​ການ​ຂອງ​ປະທານກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-25 ຢັ້ງຢືນ​ຄືນ​ໃໝ່​ວ່າ: ຄວາມ​ສຳຄັນ​ຂອງ​​ເລື່ອງຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ການຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ບົນ​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ຖະ​ແຫຼ​ງການ​ຂອງ​​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-25 ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ ກ່ຽວກັບສະພາບ​ການ​ບົນ​ທະ​ເລ​ຕາ​ເວັນ​ອອກ, ຢືນຢັນ​ຄືນ​ໃໝ່​ ບັນດາ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ ກ່ຽວ​ກັບການ​ຮັບປະກັນ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ບັນດາ​ສັນຕິ​ວິທີ​ທີ່​ເໝາະ​ສົມ ກັບ​ບັນດາ​ຫຼັກການທີ່​ໄດ້​ຮັບຮອງ​​​ຂອງ​ກົດໝາຍ​ສາກົນ, ​ເຊິ່ງລວມມີ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ບໍ​່ນາບ​ຂູ່ ຫຼື ນຳ​ໃຊ້​ກຳລັງ​ອາວຸດ, ​ປະຕິບັດ​ຄວາມ​ລະ​ງັບ​ໃຈ ​ແລະ ບໍ່​ໄດ້​ມີ​ບັນດາ​ການ​ເຄື່ອນ​​ໄຫວ​​ເຮັດ​ໃຫ້​ສະພາບການສັບ​ສົນຂຶ້ນຕື່ມ​, ຫຼື​ເປີດ​ກ້ວາງ​, ​ເພີ່ມ​ທະວີຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ​ຖະ​ແຫຼ​ງການ​ສືບ​ຕໍ່​ເນັ້ນ​ໜັກ​​ເຖິງ: ຄວາມ​ສຳຄັນ​ຂອງ​ບັນດາ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ຂອງ​ບັນດາ​    ປະ​ເທດ​ສະມາຊິກ​ອາ​ຊຽນ ສຳລັບ​ສັນຕິພາບ, ຄວາມ​ສະຫງົບ​ໃນ​ການ​ເດີນ​ທະ​ເລ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຮ່ວມ​ໃນ​ພາກ​ພື້ນ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນຕ້ອງ​ສ້າງ​ບັນດາ​ເງື່ອນ​ໄຂ​ສະດວກ​ໃຫ້​ການ​ແກ້​ໄຂ​ ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ໂດຍສັນຕິພາບ.

        ທີ່ພິທີ​ອັດ​ກອງ​ປະຊຸມ, ມຽນມາ ປະ​ເທດ​ເຈົ້າພາບ​ອາ​ຊຽນ ປີ 2014, ​ໄດ້​ມອບ​ຖານະ​ເປັນ​ປະທານ​ອາ​ຊຽນ ປີ 2015 ​ໃຫ້​ມາ​ເລ​ເຊຍ.


ຂ່າວ/ບົດ​ອື່ນ