ອັດກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ25

ອັດກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ25 - ảnh 1
ອັດກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ25
(ພາບ: baomoi.com)


​(vovworld) – ວັນ​ທີ 16/05, ​ແມ່ນມື້​ເຮັດ​ວຽກ​ສຸດ​ທ້າຍ​ໃນ​ຂອບ​ເຂດກອງປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກຄັ້ງ​ທີ 25, ຢູ່​ນະຄອນ Sao Paulo, ປະ​ເທດ​ບຣາຊິນ​. ທ່ານ​ນາງ​ຮອງ​ປະທານປະ​ເທດ ຫງວຽນ​ທິຢວານ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມບັນດາ​ວາລະ​ປະຊຸມ​ດ້ວຍ​ຫົວ​ຂໍ້​ວ່າ​:  ກໍ່ສ້າງ​ບັນດາ​ພື້ນຖານ​ເສດຖະກິດ​ໃຫ້​ວັດ​ຖະນາ​ຖາວອນ ​ແລະ ໝັ້ນຄົງ, ບົດບາດ​​ຂອງ​ນ້ຳ​ໃນ​ການ​ພັດທະນາ​ເສດຖະກິດ, ​ເວທີ​ປາ​ໄສ CEO ກ່ຽວ​ກັບ​ການ​ເພີ່ມ​ທະວີທັກ​ສະ​ການຄຸ້ມ​ຄອງ…

      ທີ່​ບັນດາ​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ແບ່ງປັນ​ບົດຮຽນ​ຂອງ​ຕົນ​ກ່ຽວ​ກັບ​ການ​​ສ້າງ​ນະ​ໂຍບາຍ, ການຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ວິວັດທະນາ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຢ່າງ​ໝັ້ນຄົງ, ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​​ໃນຕຳ​ແໜ່​ງຄຸ້ມ​ຄອງ, ການ​ນຳ, ບັນດາ​ນະ​ໂຍບາຍ​​ໃຫ້​ຄົນ​ງານ​ຍິງ. ບັນດາ​ນັກທຸລະກິດ​ຍິງ​ຫວຽດນາມ ​ໄດ້​ແລກປ່ຽນ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ແມ່​ຍິງ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ. ກອງ​ປະຊຸມ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ສົ່ງ​ເສີມ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ແມ່​ຍິງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ໃນທຸກ​ດ້ານຂອງຊີວິດ​ສັງຄົມ.

      ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ, ທ່ານ​ນາງຮອງ​ປະທານປະ​ເທດ ຫງວຽນ​ທິຢວານ ​ຈະ​​ໄປ​ຢ້ຽມຢາມ ​Bolivia ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 18 – 19/05.


ຂ່າວ/ບົດ​ອື່ນ