ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຊຸດທີ 8

ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຊຸດທີ 8 - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍິນ ປະທານຄະນະ​ກຳມະການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​)

(vovworld) - ພາຍຫຼັງ 2 ມື້​ແຫ່ງ​ການ​ເຮັດ​ວຽກ, ວາ​ລະ​ອັດ ກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຊຸດ​ທີ 8 ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 27/9, ຢູ່​ຮ່າ​ໂນ້ຍ. ທີ່​ວາລະ​ອັດ. ກອງ​ປະຊຸມ​ໃຫຍ່​ໄດ້​ປະກາດ​ລາຍ​ຊື່​ຄະນະ​ກຳມະການ​ສູນ​ກາງ, ຄະນະ​ປະທານ, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 8. ທ່ານ ຫງວຽນ​ທ້ຽນ​ເຍິນ ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 7, ສືບ​ຕໍ່​ໄດ້​ຮັກສາ​ຕຳ​ແໜ່​ງ ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 8. ຫຼັງ​ຈາກ​ນັ້ນ​ຄະນະ​ປະທານ​ລວມມີສະມາຊິກ 62 ທ່ານ​ໄດ້​ສະ​ເໜີ​ຕົວ​ຕໍ່​ກອງ​ປະຊຸມ​ໃຫຍ່. ອ່ານ​ສູນ​ທອນ​ພົດ​ອັດ​ກອງ​ປະຊຸມ​ໃຫຍ່, ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 8 ຢືນຢັນ​ວ່າ, ດ້ວຍ​ນຳ້​ໃຈ​ສາມັກຄີ - ປະຊາທິປະ​ໄຕ - ປ່ຽນ​ໃໝ່. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 8 (ອາຍຸ​ການ 2014-2019) ​ໄດ້​ບັນລຸ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ​

ແລະ ກໍ່​ໃນ​ວາລະ​ເຮັດ​ວຽກ​ຕອນ​ບ່າຍ​ວັນ​ທີ 27/9, ກອງ​ປະຊຸມ​ໃຫຍ່​ໄດ້​ອອກ​ຄຳ​ຮຽກຮ້ອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ພ້ອມ​ກັບ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ລວມ, ນັ້ນ​ແມ່ນ​ຮ່ວມ​​ແຮງ​ຮ່ວມ​ໃຈ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

        ຕອນ​ເຊົ້າ​ວັນ​ດຽວກັນ, ກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ກ່ຽວ​ກັບມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ປະ​ບັດ​ໂຄງການ​ດຳ​ເນີນ​ງານ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ອາຍຸ​ການ 2014-2019 ຢ່າງ​ມີ​ປະສິດທິ​ຜົນ.

        ກອງ​ປະຊຸມ​ໃຫຍ່​ໄດ້​ເຈລະຈາ​ຢ່າງ​ປະຊາທິປະ​ໄຕ​ ແລະ ​ໄດ້​ເຫັນ​ດີ​​ແຕ່ງຕັ້ງ ກຳມະການຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 8 ລວມມີ 383 ທ່ານ, ທີ່​ເປັນ​ຕົວ​ແທນ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ, 54 ຊົນ​ເຜົ່າ, ບັນດາ​ສາສະໜາ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ຮູບ​ພາບ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ຕອບ​ສະໜອງ​ໜ້າ​ທີ່​ໃນ​ໄລຍະ​ໄໝ. ທ່ານປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ກ່າວ​ວ່າ

ຄະນະ​ປະທານ​ກອງ​ປະຊຸມ​ຫວັງ​ວ່າ​ຜູ້​ແທນ​ແຕ່ລະຄົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ, ​ແລະ ບັນດາ​ອົງການ​ສະມາຊິກ​ອື່ນໆ​ຂອງ​ແນວ​ໂຮມ​ຈະ​ຕັ້ງໜ້າ​ໂຄສະນາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່, ນຳ​ມະຕິ​ເຂົ້າ​ໃນ​ຊີວິດ​ການ​ເປັນ​ຢູ່, ໜູນ​ຊ່ວຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຕອບ​ສະໜອງ​ການ​ປະຕິບັດ 5 ​ໂຄງການ​ດຳ​ເນີນ​ງານ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະກອບສ່ວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່, ​ເພື່ອ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ອະລິຍະ​ທຳ

ພາຍຫຼັງ​ວາລະ​ອັດ​ກອງ​ປະຊຸມ​ໃຫຍ່ ​ໄດ້​ຈັດການ​ປະຊຸມ​ຂ່າວ​ເພື່ອ​ແຈ້ງ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່.


ຕອບກັບ

ຂ່າວ/ບົດ​ອື່ນ