ອັດງານ​ແຂ່ງ​ຂັນ​ຊີງ​ແຊັມ​ເຮືອ​ຈັກ​ລະ​ດັບ​ໂລກ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່ ຫວຽດ​ນາມ

(VOVWORLD) -  ການແຂ່ງຂັນຊີງແຊັມເຮືອຈັກລະດັບໂລກ UIM F1H2O World Championship - ລາຍການແຂ່ງຂັນ Grand Prix of Binh Dinh 2024 ໄດ້ອັດລົງໃນວັນທີ 31 ມີນາ, ຢູ່ນະຄອນ ກຸຍເຍີນແຂວງ ບິ່ງດິ້ງ.
ອັດງານ​ແຂ່ງ​ຂັນ​ຊີງ​ແຊັມ​ເຮືອ​ຈັກ​ລະ​ດັບ​ໂລກ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່ ຫວຽດ​ນາມ - ảnh 1 ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງ ດ້ວຍການຄວ້າແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທິມ Victoria (ພາບ: TTXVN)

ເຫດການດັ່ງກ່າວໂດຍສະຫະພັນກິລາເຮືອຈັກໂລກ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຈັດຂຶ້ນ ໂດຍມີການປະກອບສ່ວນຂອງກຸ່ມບໍລິສັດ ຫວຽດທ້ວນ ແລະ ບໍລິສັດເຮືອທ່ອງທ່ຽວ Essence Grand Cruise.

       ພາຍຫຼັງແຂ່ງຂັນກັນມາເປັນເວລາ 3 ວັນ, ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງ ດ້ວຍການຄວ້າແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທິມ Victoria  (UEA). ຮອງລົງມາແມ່ນນັກແຂ່ງຂັນ Jonas Andersson ຂອງທິມ ບິ່ງດິ້ງ - ຫວຽດນາມ ແລະ ລາງວັນທີ 3 ໄດ້ແກ່ນັກກິລາ Peter Morin ຂອງ CTIC ຂອງ ຈີນ. ການແຂ່ງຂັນເຮືອຈັກສາກົນ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ. ທ່ານ ເຈິ່ນດຶກຈິງ, ຊາວ ບິ່ງດິ້ງ ແບ່ງປັນດ້ວຍຄວາມຕື່ນເຕັ້ນວ່າ:

              “ຂ້າພະເຈົ້າຮູ້ສຶກຈັບອົກຈັບໃຈຫຼາຍ. ເຖິງວ່າຢູ່ໄກ, ແຕ່ຄອບຄົວຂ້າພະເຈົ້າກໍພະຍາຍາມມານີ້ຊື້ປີ້ ເພື່ອໄດ້ເຫັນປະຈັກຕາການແຂ່ງຂັນເຮືອໂມໂຕນີ້. ກິລາປະເພດນີ້ຄັກຫຼາຍ.”


ຕອບກັບ

ຂ່າວ/ບົດ​ອື່ນ