ອັດ​ຊຸດ​ຝຶກ​ອົບ​ຮົມ​ການສອນ​ພາ​ສາ​ຫວຽດ​ ໃຫ້​ແກ່​ຄູ​ອາ​ຈານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ພາຍຫຼັງຊຸດຝຶກອົບຮົມ, ເຂົາເຈົ້າຈະແມ່ນແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ກຳລັງຫຼັກແຫຼ່ງໃນການສອນພາສາຫວຽດໃຫ້ແກ່ປະຊາຄົມ ຊາວ ຫວຽດນາມທີ່ອາໄສຢູ່ຕ່າງປະເທດ.
ອັດ​ຊຸດ​ຝຶກ​ອົບ​ຮົມ​ການສອນ​ພາ​ສາ​ຫວຽດ​ ໃຫ້​ແກ່​ຄູ​ອາ​ຈານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ - ảnh 1 ທ່ານ ລືອງແທັງງິ ເອກອັກຄະລັດຖະທູດມອບດອກໄມ້ໃຫ້ແກ່ນັກສຳມະນາກອນ

        ຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ. ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ມີນັກສຳມະນາກອນ 80 ຄົນທີ່ມາຈາກ 13 ປະເທດ ແລະ ເຂດແຄ້ວນ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເລືອງແທັງງິ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຖືວ່າ: ຊຸດຝຶກອົບຮົມ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດອັນຈົບງາມ ພ້ອມກັບການເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງບັນດາຄູອາຈານ ແລະ ນັກສຳມະນາກອນ.

        ຊຸດຝຶກອົບຮົມກ່ຽວກັບການສອນພາສາຫວຽດມີການເຂົ້າຮ່ວມຂອງບັນດາຄູອາຈານ ແລະ ນັກເຝິກງານທີ່ພວມສອນພາສາຫວຽດຢູ່ບາງປະເທດແລະເຂດແຄ້ວນຄື: ສະວິດ, ໂປໂລຍ, ເຢຍລະມັນ, ໄທ, ຝລັ່ງ, ລາວ, ກຳປູເຈຍ… ພາຍຫຼັງຊຸດຝຶກອົບຮົມ, ເຂົາເຈົ້າຈະແມ່ນແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ກຳລັງຫຼັກແຫຼ່ງໃນການສອນພາສາຫວຽດໃຫ້ແກ່ປະຊາຄົມ ຊາວ ຫວຽດນາມທີ່ອາໄສຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ