ອັດວາລະປະຊຸມຄັ້ງ ທີ 24 ຄະນະປະຈຳສະພາ ແຫ່ງຊາດຫວຽດນາມ


ອັດວາລະປະຊຸມຄັ້ງ ທີ 24 ຄະນະປະຈຳສະພາ ແຫ່ງຊາດຫວຽດນາມ - ảnh 1

(ພາບ: radiovietnam.vn)

 (vovworld)-ຕອນ​ບ່າຍວັນ​ທີ 15/1, ວາລະ​ປະຊຸມ​ຄັ້ງທີ 24 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ອັດ​ລົງ​ພາຍຫຼັງ​ດຳ​ເນີນ​ການ​ເຮັດ​ວຽກ​ແຕ່​ວັນ​ທີ 13-15/1. ກ່າວ​ຄຳ​ເຫັນ​ອັດ​ວາລະ​ປະ​ຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ບັນດາ​ທ່ານ​ສະມາຊິກຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດ​ເພື່ອໃຫ້​ວາລະ​ປະຊຸມ​ປະສົບ​ຜົນສຳ​ເລັດ.

  ກ່ອນ​ອັດ​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ລັດຖະບັນຍັດ​ກ່ຽວ​ກັບ​ຂັ້ນຕອນ, ລະບຽບພິຈາລະນາ, ຕັດ​ສີນ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ປັບ​ໄໝ​ລົງ​ໂທດ​ບໍລິຫານ​ຢູ່​ສານ ປຊຊ. ກ່ຽວ​ກັບ​ຊື່​ເອີ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ກັບ​ຊື່ “ລັດຖະບັນຍັດ​ກ່ຽວ​ກັບຂັ້ນຕອນ, ລະບຽບພິລະ​ນາ, ຕັດສິນ ບັນດາ​ມາດ​ຕະການ​ປັບ​ໄໝ​ລົງ​ໂທດ​ບໍລິຫານ​ຢູ່​ສານ ປຊຊ​“.

   ກ່ອນ​ໜ້ານັ້ນ, ຕອນ​ເຊົ້າວັນ​ທີ 15/01 ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ຕົກລົງກ່ຽວ​ກັບແຜນຈັດ​ແບ່ງ​ພັນທະບັດ​ລັດຖະບານ​ເພີ່ມ​​ເຕີມ ​ໄລຍະ 2014-2016, ​ໃນ​ນັ້ນ ສຸມ​ໃສ່​ບຸລິ​ມະ​ສິດ​ໃຫ້​ໄລຍະ 3 ​ຂອງໂຄງການ​ກໍ່ສ້າງ​ເສັ້ນທາງ​ລາດຕະ​ເວນ​ເຂດ​ຊາຍ​ແດນ​ໄລຍະ 2 ​​ເພື່ອ​ແນ​ໃສ່​ຊຸກຍູ້​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນຄວາມ​ສະຫງົບ. ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸງ ຊີ້​ແຈ້ງວ່າ :

    “ ​ເສັ້ນທາງ​ລາດຕະ​ເວນ​ເຂດ​ຊາຍ​ແດນ ​ແມ່ນ​​ເນື້ອ​ໃນທຳ​ອິດ​ຂອງ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ການຈັດ​ແບ່ງ​ພັນທະບັດ​ລັດຖະບານ. ​ເສັ້ນທາງ​ລາດຕະ​ເວນ​ເຂດ​ຊາຍ​ແດນ​ທາງ​ທິດເໜືອ​ແມ່ນ​​​ໄດ້ສຳ​ເລັດ​​ໂດຍພື້ນຖານ. ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຍັງ​ບໍ່​ທັນ​ສຳ​ເລັດ​ຕ້ອງ​ສຸມ​ໃສ່​ຈັດ​ຕັ້ງປະຕິບັດ. ມອບ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ເຈົ້າ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ປະຈຳ​ຕ້ອງ​ສະໜອງ​ຈຳນວນ​ເງິນ​ຢ່າງໜ້ອຍ​ສຸດ​ແມ່ນ 1500 ຕື້​ດົ່ງ”

ຂ່າວ/ບົດ​ອື່ນ