ອັດວາລະປະຊຸມຄັ້ງທີ38ຂອງຄະນະປະຈຳສະພາແຫ່ງຊາດ

ອັດວາລະປະຊຸມຄັ້ງທີ38ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ວາລະ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)


(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 38 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ອັດລົງ​ໃນ​ຕອນ​ບ່າຍ​ວັນ​ທີ 14/5, ຢູ່ ຮ່າ​ໂນ້ຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ໃຫ້​ສັດຕະຍາບັນຂໍ້​ຕົກລົງ​ການຈັດ​ຕັ້ງ​ກົງຈັກ, ໜ້າ​ທີ່, ສິດ​ອຳນາດຂອງ​ບັນດາ​ຫົວໜ່ວຍ​ໃນ​ກົງຈັກ​ຊ່ວຍ​ວຽກ​ຂອງ​ສານ​ປະຊາຊົນ​ສູງ​ສຸດ; ບັນຊີ​ລາຍ​ຊື່​ກຳມະການ​ສະພາ​ຄັດ​ເລືອກ, ຕິດຕາມ​ກວດກາຜູ້ພິພາກສາ​ແຫ່ງ​ຊາດ; ຄາດ​ຄະ​​ເນບຸກຄະລາ​ກອນທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ​ໃຫ້​ສັດຕະຍາ​ບັນ, ສະ​ເໜີ​ແຕ່ງ​ຕັ້ງ​ຜູ້​ພິພາກສາສານ​ປະຊາຊົນ​ສູງ​ສຸດ.                 
           ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ບັນດາ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ​ທີ່​ກ່ຽວຂ້ອງ​ເຖິງ​ແຜນ​ຮ່າງ​ປັບປຸງ​​​​ເຂດບໍລິຫານ​ຢູ່​ບັນດາ​ແຂວງ ​ແທງ​ຮ໋ວາ, ຈ່າວິ​ງ, ​ເຮົ້າ​ຢາງ,  ບີ່ງ​ເຟືອ​ກ, ຖ໋າຍງວຽນ, ບາກ​ລຽວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ບັນດາ​ແຜນ​ຮ່າງ​ສະ​ເໜີ​ເປີດ​ກ້ວາງ​ລ້ວນ​ແຕ່​ສົມ​ເຫດ​ສົມ​ຜົນ ຍ້ອນ​ວ່ານີ້​ແມ່ນ​ບັນດາ​ເຂດ​ທີ່​ພວມ​ພັດທະນາ​ຢ່າງ​ແຮງ​, ຮຽກຮ້ອງ​ຕ້ອງ​ໄດ້​ຮັບ​ການ​ເປີດ​ກ້ວາງ.

ກ່າວຄວາມ​ເຫັນ​ອັດ​ວາລະ​ປະຊຸມ​ຄັ້ງ​ທີ 38, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ສະ​ເໜີ​ອົງການ​ຮຽບຮຽງ​ສົມທົບ​ກັບ​ອົງການ​ກວດກາ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ ຮີບ​ເຮັ່ງ​ຮັບ​ເອົາ​ບັນດາ​ຄວາມ​ເຫັນ​ປຶກສາ​ຫາລື​ທີ່​ວາລະ​ປະຊຸມ ​ເພື່ອ​ປັບປຸງບັນດາ​ເອກະສານ​ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຢູ່​ກອງ​ປະຊຸມ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ