ອິດສຣາແອນ ອະນຸມັດຜ່ານ ແຜນການຕັ້ງຖີ່ນຖານຄົງທີ່ Jerusalemຕາມເວັນອອກ

ອິດສຣາແອນ ອະນຸມັດຜ່ານ ແຜນການຕັ້ງຖີ່ນຖານຄົງທີ່ Jerusalemຕາມເວັນອອກ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 19/12, ສຳນັກ​ຂ່າວສານ​ຝລັ່ງ ​ໄດ້​ຂັດ​ແຫຼ່ງຂ່າວ​ຈາກ​ອົງການ​ທີ່ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ອິດສຣາ​ແອນ ​​ໂດຍໃຫ້​ຮູ້​ວ່າ, ຄະນະ​ກຳມະການ​ວາງ​ແຜນ​ນະຄອນ Jerusalem​ ໄດ້ອະນຸມັດຜ່ານ​ແຜນການກໍ່​ສ້າງເຮືອ​ນຢູ່​​ເປັນຄັ້ງ​ສຸດ​ທ້າຍ​ກວ່າ 2.600 ຫຼັງ ຢູ່ Jerusalem ຕາ​ເວັນ​ອອກ. ​ນີ້​ແມ່ນ​ເຂດ​ເຮືອນ​ຄົງ​ທີ່​ໃໝ່​ເຂດ​ທຳ​ອິດ​ໃນ 12 ປີ​​ຜ່ານ​ມາ. ນັກ​ເຈລະຈາ​ຝ່າຍ ປາ​ແລດ​ສຕິນ, Mohamed Shrayyeh ກ່າວ​ເຕື່ອນວ່າ ການ​ກະທຳ​​ເປີດ​ກວ້າງ​ເຂດຕັ້ງ​ຖີ່ນຖານ​ຄົງ​ທີ່​ຂອງ​ອິດສຣາ​ແອນຢູ່ Jerusalem ຕາ​ເວັນ​ອອກ​ເປັນ​ສິ່ງ​ທີ່​ບັງ​ຂັບ​ໃຫ້ ປາ​ແລດ​ສຕິນ ຍູ້​ແຮງ​​ແຜນການ​ກ້າວ​ຟ້ອງ​ຂຶ້ນ​ສານ​ອາຍາ​ສາກົນໂດຍ​ໄວ. ຫາງ​ສຽງ​ສາກົນ​ເນັ້ນ​ໜັກ​ວ່າ ​​ເລື່ອງ ອິດສຣາ​ແອນ ກໍ່ສ້າງ​ເຂດຕັ້ງ​ຖີ່​ນຖານ​ຄົງ​ທີ່​​ໃນ​ເຂດ​ດິນ​ແດນ​ປາ​ແລດ​ສຕິນ ທີ່​ຖືກ ອິສຣາ​ແອນ ຢືດຄອງ​ແຕ່​ປີ 1967 ​ແມ່ນການ​ລະ​ເມີດ​ກົດ​ໝາຍສາກົນ ​ແລະ ບໍ່​ຮັບ​ຮູ້​ການ​ກະທຳ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ