ອົດສະຕາລີອຸປະຖຳ ໃຫ້ ປຊຊ ເຂດປະສົບ ກັບຄວາມຫຍຸ້ງຍາກຂອງ ຫວຽດນາມ

ອົດສະຕາລີອຸປະຖຳ ໃຫ້ ປຊຊ ເຂດປະສົບ ກັບຄວາມຫຍຸ້ງຍາກຂອງ ຫວຽດນາມ - ảnh 1

​(ພາບປະກອບ)

(vovworld)-  ວັນ​ທີ 26/7, ສະຖານທູດ​ອົດ​ສະ​ຕາ​ລີ ປະຈຳ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ໄດ້ກະກຽມພິຈາລະນາ​ໂຄງການ​ອຸປະຖຳ​ໂດຍ​ກົງ (DAP) ປີ 2013-2014 ​ໃຫ້​ບັນດາ​ໂຄງການ​ຢູ່​ເຂດ​ພາກ​ເໜືອ​ຫວຽດນາມ. ທ່ານ Hugh Borrowman ​ເອກ​ອັກຄະ​ລັດຖະທູດ​ອົດ​ສະ​ຕາ​ລີ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ”​ຜ່ານ​ການ​ອຸປະຖຳ DAP, ບັນດາ​ໂຄງການ​ໜ້ອຍ ງ່າຍດາຍ ອາດ​ຈະ​ຊ່ວຍ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ​ໂຄງການ DAP ​ໄດ້​ໜູນ​ຊ່ວຍ​ຢ່າງ​ແທດຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ​ຄື: ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ສຶກສາ, ສຸຂະພາບ, ຄົນ​ພິການ….”. ​ໂຄງການ DAP ສະຫງວນ​ໃຫ້​ບັນດາ​ສ່ວນ​ບຸກຄົນ, ອົງການ​ຈັດຕັ້ງປະຊາ​ຄົມ, ອົງ​ການບໍ່​ຂຶ້ນ​ກັບ​ລັດຖະບານ, ສະຖານ​ບັນຄົ້ນຄ້ວາ, ຫໍສະໝຸດ, ຫໍພິພິທະ​ພັນ ​ແລະ ອົງການ​ອື່ນໆ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ພັດທະນາ​ຢູ່​ຫວຽດນາມ ບົນ​ພື້ນຖານ​ບໍ່​ຮັບ​ກຳ​ໄລ. ກອງ​ທຶນ DAP ​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ໜູນ​ຊ່ວຍ ພ້ອມ​ກັບ​ການ​ອຸປະຖຳ​ສອງ​ຝ່າຍ​ຂອງ​ລັດຖະບານ​ອົດ​ສະ​ຕາ​ລີ​ ໃຫ້​ແກ່​ຫວຽດນາມ. ​ໃນ​ປີ​ງົບປະມານ​ 2012-2013, ສະຖານທູດ​ອົດ​ສະ​ຕາ​ລີ ​ໄດ້​ໜູນ​ຊ່ວຍ 12 ​ໂຄງ​ການ ​ໃນ 11 ​ແຂວງ​ນະຄອນ​ທາງ​ພາກ​ເໜືອ ຫວຽ​ດນາມ.

 

ຂ່າວ/ບົດ​ອື່ນ