ອົດສະຕາລີອາ ແລະ ອິນໂດເນເຊຍ ຄັດຄ້ານການກະທຳຫັນເປັນການທະຫານຢູ່ທະເລຕາເວັນອອກ

(VOVWORLD) -ບັນດາການນຳ 2 ປະເທດ ໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນຢູ່ພາກພື້ນ.

ອົດສະຕາລີອາ ແລະ ອິນໂດເນເຊຍ ຄັດຄ້ານການກະທຳຫັນເປັນການທະຫານຢູ່ທະເລຕາເວັນອອກ - ảnh 1ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison

(ພາບ: AP)

ວັນທີ 10 ກຸມພາ, ໃນຂອບເຂດການຢ້ຽມຢາມອົດສະຕາລີ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison, ໄດ້ອອກຖະແຫຼງການຮ່ວມ, ສະແດງໃຫ້ເຫັນຄວາມວິຕົກກັງວົນທີ່ຮ້າຍແຮງສຳລັບເລື່ອງຫັນເປັນການທະຫານບັນດາໂຄງສ້າງພູມຊາດທີ່ພວມມີການຂັດແຍ້ງກັນຢູ່ທະເລຕາເວັນອອກ, ພ້ອມທັງ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ອີງຕາມກົດໝາຍສາກົນ. ໃນຖະແຫຼງການຮ່ວມ, ບັນດາການນຳ 2 ປະເທດ ໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນຢູ່ພາກພື້ນ. 2 ປະເທດໄດ້ຮຽກຮ້ອງໃຫ້ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ອີງຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). 2 ຝ່າຍກໍ່ເນັ້ນໜັກເຖິງການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຕ້ອງຮັບປະກັນໃຫ້ເໝາະສົມກັບກົດໝາຍສາກົນ, ບໍ່ກໍ່ຜົນຮ້າຍເຖິງສິດ ແລະ ຜົນປະໂຫຍດຂອງຝ່າຍທີ 3 ຫຼື ບັນດາປະເທດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ