ທະຫານອິດສະຣາແອນ ລາດຕະເວນຕາມຮົ້ວປ້ອງກັນ (AP) |
(vovworld)- ວັນທີ 16/6, ບັນດາກຳລັງປ້ອງກັນຕົວອິດສະຣາແອນ IDF ແຈ້ງໃຫ້ຊາບວ່າ ໄດ້ສ້າງຕັ້ງເຂດທະຫານຄົບວົງຈອນລຽບຕາມຊາຍແດນກັບຊີຣີຢູ່ເຂດພູພຽງໂກລານ. ຕາມ ບັນດາກຳລັງປ້ອງກັນຕົວອິດສະຣາແອນ IDF ແລ້ວ, ບັນດາກຳລັງປ້ອງກັນຄວາມສະຫງົບຂອງອິດສະຣາແອນ ພວມຕິດຕາມຢ່າງໃກ້ຊິດກ່ຽວກັບສະພາບການປະທະກັນຢູ່ຊີຣີ ພ້ອມກັບສະພາບການຜັນແປຢູ່ເຂດພູພຽງໂກລານ, ພ້ອມກັນນັ້ນ, ກໍມີການກະທຳເພື່ອຮັບປະກັນຄວາມສະຫງົບຢູ່ພາກພື້ນນີ້.