ອິດສະຣາແອັນ ເປີດປະຕູດ່ານຊາຍແດນກັບເຂດ ກາຊາ ຄືນໃໝ່

(VOVWORLD) -ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງບັນດາເຫດຍິງລູກສອນໄຟຈາກເຂດດິນແດນ ປາແລັດສະຕິນຢຸດຕິໂດຍຊົ່ວຄາວ.
ອິດສະຣາແອັນ ເປີດປະຕູດ່ານຊາຍແດນກັບເຂດ ກາຊາ ຄືນໃໝ່ - ảnh 1 ອິດສະຣາແອັນ ເປີດປະຕູດ່ານຊາຍແດນໃຫ້ກຳມະກອນໄປມາຄືນໃໝ່
(ພາບ: AFP/TTXVN)

ຕາມແຜນການ, ໃນວັນທີ 26 ເມສາ, ອິດສະຣາແອັນ ເປີດປະຕູດ່ານຊາຍແດນແຫ່ງໜຶ່ງດຽວກັບເຂດ ກາຊາ ໃຫ້ກຳມະກອນໄປມາຄືນໃໝ່ ພາຍຫຼັງປິດປະຕູເປັນເວລາ 2 ວັນ. ແຈ້ງການອອກວັນທີ 25 ເມສາ, ຂອງກະຊວງປ້ອງກັນປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງບັນດາເຫດຍິງລູກສອນໄຟຈາກເຂດດິນແດນ ປາແລັດສະຕິນຢຸດຕິໂດຍຊົ່ວຄາວ. ຂໍ້ຕົກລົງມີຜົນສັກສິດດ້ວຍເງື່ອນໄຂທີ່ສະພາບຄວາມໝັ້ນຄົງພາຍໃນເຂດສືບຕໍ່ໄດ້ຮັກສາຄວາມເປັນປົກກະຕິ.

        ກ່ອນໜ້ານັ້ນ, ວັນທີ 24 ເມສາ, ອິດສະຣາແອັນ ໄດ້ປິດປະຕູດ່ານຊາຍແດນ Erez ເພື່ອແນໃສ່ໂຕ້ຕອບບັນດາເຫດຍິງລູກຈະຫຼວດແນໃສ່ເຂດ ກາຊາ ພາຍຫຼັງເກີດການປະທະກັນຢູ່ເຂດວິຫານ Al-Aqsa ຢູ່ Jerusalem.

ຕອບກັບ

ຂ່າວ/ບົດ​ອື່ນ