ອິດສະຣາແອນ ແລະ ປາແລສະຕິນ ບັນລຸຂໍ້ຕົກລົງຢຸດຍິງ

ອິດສະຣາແອນ ແລະ ປາແລສະຕິນ ບັນລຸຂໍ້ຕົກລົງຢຸດຍິງ - ảnh 1
                                  ເຂດ ກາຊາ
                                ພາບປະກອບ:internet


(vovworld) - ວັນ​ທີ 13/03 ອິດສະຣາ​ແອນ ​ແລະ ​ຝ່າຍຕ່າງໆ ຢູ່ປາ​ແລ​ສະຕິ​ນ ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ຂໍ້​ຕົກລົງ​ຢຸດ​ຍິງ​ພາຍຫລັງ 4 ມື​ື້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ນອງ​ເລື​ອດ ຊຶ່ງ​ເຮັດ​ໃຫ້​ມີ​ຊາວ​ປາ​ແລ​ສະຕີ​ນ​ຢ່າງ​ຫນ້ອຍ​ສຸດ 25 ຄົນ​ເສຍ​ຊີວິດ ​ແລະ ມີ​ລູກ​ຈະ​ຫລວດ​ປະມານ 200 ລູກ​ຖືກ​ຍິງ​ໃສ່​ເຂດ​ດິນ​ແດນ​ຂອງ​ຊາວ ອິດ​ສະ​ຮາ​ແອນ. ຂໍ້​ຕົກລົງ​ນີ້​ບັນລຸ​ໄດ້​ພາຍຫລັງ ອີ​ຢີບ ​ເພີ່ມ​ທະວີ​ການ​ພົວພັນ​ຕິດ​ຕໍ່​ກັບ​ສອງ​ຝ່າຍ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ໃສ່​ເຂດ​ກາຊາ ​ແລະ ຢຸດຕິ​ການ​ປະ​ທະ​ກັນ​​ທີ່​​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບໃຫ້ທັງ​ສອງ​ຝ່າ​ຍ. ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ສັກສິດ​ນັບ​ແຕ່​ເວລາ 1 ​ໂມງ​ເຊົ້າ​ວັນ​ທີ 13/3/ ຕາມ​ເວລາ​ທ້ອງ​ຖິ່ນ. ກາ​ນນຳ​ຂະ​ບວນການ​ອິດສະ​ລາມ Jihat Khaled al Batsh ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ຂໍ້​ຕົກລົງ​ນີ້ ​ແລະ​ໃຫ້​ຄຳ​ໝັ້ນ​ໝາຍ​ຈະ​​​ປະຕິບັດຕາມຂໍ້​ຕົກລົງ​ນີ້ ​ເວັ້ນ​ເສຍ​ແຕ່​ຝ່າຍ ອິ​ດສະຣາ​ແອນ​ກໍ​ມີ​ການ​ກະທຳ​ທີ່ຄ້າຍຄື​ກັນ. ການ​ນຳ​ຂະ​ບວນການ ລາມ Jihad Khaled al Batsh ກໍ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ນີ້ ລວມມີ​ການ​ສະກັດ​ກັ້ນ​ບັນດາ​ກໍລະນີ​ລອບ​ສັງຫານ ​ແລະ ບຸກ​ໂຈມ​ຕີດ້ວຍ​ເຮືອບິ​ນ, ​ເຖິງ​ຢ່າງ​​ໃດ​ກໍ​ຕາມ​ຖ້າ​ຫາກ ອິດສະ​ຮາ​ແອນ​ລົບ​ລ້າງ​ຂໍ້​ຕົກລົງ​ນີ້, ຫນ່ວຍ Jihad ຈະ​ກັບ​ຄືນ​ຕໍ່ສູ້​ເພື່ອ​ຕ້ານ​ຄືນ​ການ​ຢືດຄອງ​ຂອງ​ອິດສະຣາ​ແອນ.

ຕອບກັບ

ຂ່າວ/ບົດ​ອື່ນ