ອິດສະຣາແອນປ່ອຍຕົວປະທານສະພາແຫ່ງຊາດປາແລດສະຕີນ

ອິດສະຣາແອນປ່ອຍຕົວປະທານສະພາແຫ່ງຊາດປາແລດສະຕີນ - ảnh 1
ທ່ານ Aziz Dweik
(ພາບ: AFP)

(vovworld) – ​​​ ​​ວັນ​ທີ 9/6, ອິ​ດ​ສະ​ຣາ​ແອນ ໄດ້​ປ່ອຍ​ຕົວ​ປະ​ທານ​ສະ​ພາ​ນິ​ຕິ​ບັນ​ຍັດ (ສະ​ພາ​ແຫ່ງ​ຊາດ) ອິດ​ສະ​ຣາ​ແອນ Aziz Dweik ພາຍຫຼັງ​ເກືອບ​ໜຶ່ງ​ປີ​ກັກ​ຂັງ​ຜູ້ນີ້​ໃນ​ບັ້ນ​​ເຄື່ອນ​ໄຫວ​ປາບ​ປາມ ​ຂອງກອງ​ທັບ ອິດ​ສະ​ຣາ​ແອນ ກ່ຽວ​ຂ້ອງ​ເຖິງ​ການ​ຈັບ​ຕົວ​ເຍົາ​ວະ​ຊົນອິດ​ສະ​ຣາ​ແອນ 3 ຄົນ. ທ່ານ Dweik ຖືກ​ຈັບ​ຕົວ​ໃນ​ວັນ​ທີ 16/6/2014 ໃນ​ຂະ​ນະ​ທີ່ ອິດ​ສະ​ຣາ​ແອນ ພວມ​ດຳ​ເນີນ​ບັ້ນ​ຮົບ​ຊອກ​ຫາ​ເຍົາ​ວະ​ຊົນ 3 ຄົນຂອງ​ປະ​ເທດນີ້​ຖືກ​ບັນ​ດາ​ທະ​ຫານ​ກະ​ບົດ ປາ​ແລດ​ສະ​ຕີນ ມີ​ການ​ກ່ຽວ​ຂ້ອງ​ເຖິງ​ຂະ​ບວນ​ການ​ອິດ​ສະ​ລາມ ຮາ​ມາດ ຈັບ​ຕົວ​ຢູ່​ພ​າກ​ໃຕ້​ເຂດ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈ​ໍ​ແດນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​. ນອກ​ຈາກ​ທ່ານ Dweik ແລ້ວ, ປະ​ຈຸ​ບັນ​ມີ​ສະ​ມາ​ຊິກ 12 ຄົນ​ອື່ນໆ​ຂອງ​ສະ​ພາ​ນິ​ຕິບັນ​ຍັດ ປາ​ແລດ​ສະ​ຕີນ ພວມ​ຖືກ ອິດ​ສະ​ຣາ​ແອນ ຈັບ​ຕົວ.


ຂ່າວ/ບົດ​ອື່ນ