ອິດສະຣາແອນແລະຮາມາດບໍ່ທັນເປັນເອກະພາບຕໍ່ເລື່ອງແກ່ຍາວຄຳສັ່ງຢຸດຍິງ

ອິດສະຣາແອນແລະຮາມາດບໍ່ທັນເປັນເອກະພາບຕໍ່ເລື່ອງແກ່ຍາວຄຳສັ່ງຢຸດຍິງ - ảnh 1
(ພາບປະກອບຈາກ AFP/TTXVN)

(vovworld) – ວັນ​ທີ 6/8, ອິດສະຣາ​ແອນ ​ໄດ້​ຕົກລົງ​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ປະຈຸ​ບັນ​ຢູ່​ເຂດ ກາຊາ ​​ເຖິງ​ວັນ​ທີ 8/8, ​ໃນ​ສະພາບ​ການ​ບັນດາ​ການ​ເຈລະຈາ​ທາງ​ອ້ອມ​ລະຫວ່າງ ອິດສະຣາ​ແອນ ​​ແລະ ປາ​ແລດ​ສະຕີ​ນ ຖືກ​ຈັດ​ຕັ້ງ​ຢູ່ ກາຍ​ໂຣ, ປະ​ເທດ ອີ​ຢິບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂະ​ບວນການ​ອິດສະ​ລາມ ຮາ​ມາດ ​ໄດ້​ປະຕິ​ເສດ​ແຫຼ່ງຂ່າວ​ດັ່ງກ່າວ​ໂດຍ​​ໄວ. ​ເຈົ້າໜ້າ​ທີ່​ບໍ່​ເຜີຍ​ຊື່​ທ່ານ​ໜຶ່ງຂອງ​ອິດສະ​ລາມ​​ໃຫ້​ຮູ້​ວ່າ ​ແທນ​ອາ​ວີ​ດ ​ເຫັນ​ດີ​ໂດຍມີ​ເງື່ອນ​ໄຂ​ກ່ຽວ​ກັບ​ເລື່ອງ​ຕໍ່​ກຳນົດ​​ເວລາ​ໃຫ້ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ​ກາຊາ, ​ແຕ່​ບໍ່​ເປີດ​ເຜີຍ​ວ່າ​​ຈະແກ່ຍາວ​​ເຖິງເວລາ​ໃດ. ສຳນັກ​ຂ່າວສານ Reuters ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ນີ້​ວ່າ ອິດສະຣາ​ແອນ ​ໄດ້​“ກຽມພ້ອມ​​ຕໍ່​ກຳນົດ​ເວລາ​​ໃຫ້ຄຳ​ສັ່ງ​ຢຸດ​ຍິງ​ດ້ວຍບັນດາ​ເງື່ອນ​ໄຂ​ໃນປະຈຸ​ບັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຂະ​ບວນການ ຮາ​ມາດ, ທ່ານ Moussa Abu Marzouk ຖະ​ແຫຼ​ງວ່າ: 2 ຝ່າຍ​ບໍ່​ທັນ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດ​ກ່ຽວ​ກັບ​ເລື່ອງ​ຕໍ່​ກຳນົດ​ເວລາ​​ໃຫ້ຄຳ​ສັ່ງ​ຢຸດ​ຍິງ​. ຂະ​ບວນການ​ນີ້​ຍັງ​ກ່າວ​ເຕືອນ​ວ່າ: ຈະ​ສືບ​ຕໍ່​​ການ​ບຸກ​ໂຈມ​ຕີ ຖ້າ​ຫາກ ອິດສະຣາ​ແອນ ບໍ່​ຍອມຮັບ​ທຸກໆ​ຄຳ​ຮຽກຮ້ອງ​ຂອງ ປາ​ແລດ​ສະຕີ​ນ, ພິ​ເສດ​ແມ່ນ​ເລື່ອງ​ຢຸດຕິ​ການ​ປິດ​ລ້ອມ​ເຂດ ກາຊາ ​ແລະ ປ່ອຍ​ຕົວ​ນັກ​​ໂທ​ດ ປາ​ແລດ​ສະຕີ​ນທີ່​ພວມ​ຖືກ ອິດສະຣາ​ແອນ ກັກ​ຂັງ.


ຂ່າວ/ບົດ​ອື່ນ