ອິດ​ສະ​ລາ​ແອັນ ຍູ້​ແຮງ​ແຜນ​ການ​ເປີດ​ກ້​ວາງ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່ ຢູ່​ເຂດ​ຝັ່ງ​ຕ​າ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ

(VOVWORLD) -ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຍັງບໍ່ທັນແມ່ນຂັ້ນຕອນສຸດທ້າຍ ຍ້ອນວ່າວິວັດທະນາການຮັບຮອງເອົາ ບັນດາແຜນການກໍ່ສ້າງນີ້ຕ້ອງຜ່ານການເຮັດລະບຽບການບໍລິຫານຈຳນວນໜຶ່ງ ແລະ ນັບທັງບັນດາສິ່ງທ້າທາຍດ້ານນິຕິກຳ ຈາກບັນດາກຸ່ມຄັດຄ້ານການຢຶດຄອງເຂດດິນແດນດັ່ງກ່າວ.
ອິດ​ສະ​ລາ​ແອັນ ຍູ້​ແຮງ​ແຜນ​ການ​ເປີດ​ກ້​ວາງ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່ ຢູ່​ເຂດ​ຝັ່ງ​ຕ​າ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ພາບ: TTXVN)

ວັນທີ 11 ມັງກອນ, ແຈ້ງການຈາກຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ໄດ້ຊີ້ແຈ້ງວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ມີຄຳສັ່ງ “ຍູ້ແຮງບັນດາແຜນການກໍ່ສ້າງເຮືອນ 800 ຫຼັງ ຢູ່ເຂດຕັ້ງຖິ່ນຖານຄົງ ໃຫ້ແກ່ຊາວຢິວ ຢູ່ Judea ແລະ Samaria”. ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຍັງບໍ່ທັນແມ່ນຂັ້ນຕອນສຸດທ້າຍ ຍ້ອນວ່າວິວັດທະນາການຮັບຮອງເອົາ ບັນດາແຜນການກໍ່ສ້າງນີ້ຕ້ອງຜ່ານການເຮັດລະບຽບການບໍລິຫານຈຳນວນໜຶ່ງ ແລະ ນັບທັງບັນດາສິ່ງທ້າທາຍດ້ານນິຕິກຳ ຈາກບັນດາກຸ່ມຄັດຄ້ານການຢຶດຄອງເຂດດິນແດນດັ່ງກ່າວ.

ຄຳສັ່ງໃໝ່ຂອງທ່ານ  Netanyahu ຖືກຍົກອອກມາກ່ອນທີ່ທ່ານ ປະທານາທິບໍດີ Donald Trump ໝົດອາຍຸການພຽງ 2,3ວັນ. ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ Doand Trump  ໄດ້ມີບັນດາບາດກ້າວທີ່ຍັງບໍ່ເຄີຍມີມາກ່ອນ ເພື່ອສະແດງໃຫ້ເຫັນການສະໜັບສະໜູນບັນດາກຸ່ມຜູ້ຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ